ຈຳນວນຜູ້ປະສົບເຄາະຮ້າຍຈາກພະຍຸ Tembin ຢູ່ ຟີລິບປີນ ສືບຕໍໍ່ເພີ່ມຂຶ້ນ

(VOVWORLD) - ລ່ຮອດຕອນບ່າຍວັນທີ 24 ທັນວາ, ພາຍຫລັງພະຍຸ Tembin ພັດເຂົ້າເກາະ ມິນດານາວ ພາກໃຕ້ ຟີລິບປີນ ເປັນເວລາ 2 ວັນ
ຈຳນວນຜູ້ປະສົບເຄາະຮ້າຍຈາກພະຍຸ Tembin ຢູ່ ຟີລິບປີນ ສືບຕໍໍ່ເພີ່ມຂຶ້ນ - ảnh 1 ຈຳນວນຜູ້ປະສົບເຄາະຮ້າຍຈາກພະຍຸ Tembin ຢູ່ ຟີລິບປີນ ສືບຕໍໍ່ເພີ່ມຂຶ້ນ (ພາບ: AFP)

ເຮັດໃຫ້ເກີດໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງນັ້ນ, ໄດ້ມີຄົນເສຍຊີວິດ 208 ຄົນ ແລະ ຄົນຫາຍສາບສູນ 164 ຄົນ, ໃນຂະນະນັ້ນ ວຽກງານກູ້ໄພປະຊາຊົນ ພວມດຳເນີນໄປຢ່າງຮີບເຮັ່ງ. ຕາມແຈ້ງການຂອງສະພາກາແດງສາກົນ, ພະຍຸ Tembin ໄດ້ເຮັດໃຫ້ 70.000 ຄົນຢູ່ ຟີລິບປີນ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພ. ໜຶ່ງໃນບັນດາເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກພະຍຸ Tembin ແມ່ນໝູ່ບ້ານ ດາມາລາ. ໝູ່ບ້ານຢູ່ເທິງພູນີ້ ປະກອບມີເຮືອນກ່ວາ 100 ຫລັງ ລ້ວນແຕ່ຖືກນ້ຳຊຸໄປກ້ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ