ຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດ COVID – 19 ຢູ່ຈີນຫຼຸດລົງ
(VOVWORLD) -ວັນທີ 17 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ໄດ້ປະກາດວ່າ ທົ່ວປະເທດນີ້ໄດ້ຮັບຮູ້ມີຜູ້ເສຍຊີວິດຕື່ມອີກ 110 ຄົນ ແລະ ກໍລະນີຕິດເຊື້ອພະຍາດຕື່ມອີກ 2.826 ຄົນ, ເຮັດໃຫ້ມີຈຳນວນຜູ້ເສຍຊີວິດຢູ່ຈີນເພີ່ມຂຶ້ນເປັນ 1.770 ຄົນ ແລະ ຈຳນວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 71.326 ຄົນ.
ການປິ່ນປົວໃຫ້ແກ່ຄົນເຈັບທີ່ໂຮງໝໍຢູ່ປັກກິ່ງ, ປະເທດຈີນໃນວັນທີ 13 ກຸມພາ 2020(ພາບ: THX/TTXVN) |
ໃນຂະນະນັ້ນ, ໃນຕອນຄ່ຳວັນທີ 16 ກຸມພາ ອົງການອະນາໄມໂລກ (WHO ) ໄດ້ເອົາລົງຂ່າວວ່າ ບັນດານັກຊ່ຽວຊານ ສາກົນ ໄດ້ເລີ່ມປະຊຸມເປັນກຸ່ມກັບຄູ່ຮ່ວມງານ ຢູ່ ຈີນ ກ່ຽວກັບພະຍາດອັກເສບປອດ COVID -19.
ແລະກໍ່ໃນວັນທີ 16 ກຸມພາ, ວົງການເຈົ້າໜ້າທີ່ ໄຕ້ຫວັນ (ປະເທດຈີນ) ໄດ້ຢັ້ງຢືນມີກໍລະນີເສຍຊີວິດທຳອິດ ຍ້ອນ COVID -19 ຢູ່ເຂດນີ້. ນີ້ແມ່ນກໍລະນີເສຍຊີວິດທີ 5 ໃນໂລກຍ້ອນ COVID -19 ທີ່ຢູ່ນອກ ປະເທດຈີນ . ກ່ອນໜ້ານັ້ນ, ບັນດາກໍລະນີເສຍຊີວິດ ຢູ່ ນອກປະເທດຈີນ ທີ່ໄດ້ຮັບຮູ້ແມ່ນຢູ່ ຟີລິບປິນ, ຮົ່ງກົງ (ຈີນ), ຍີ່ປຸ່ນ ແລະ ຝລັ່ງ.