ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ Covid – 19 ຢູ່​ອາ​ເມ​ລິ​ກາ ລື່ນ​ກາຍ​ຈຳ​ນວນ​ທະ​ຫານ​ອາ​ເມ​ລິ​ກາ​ ທີ່ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 1

(VOVWORLD) -ອາເມລິກາສືບຕໍ່ຢືນຢູ່ອັນດັບທີ 1 ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນໂລກລະບາດ Covid -19.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ Covid – 19 ຢູ່​ອາ​ເມ​ລິ​ກາ ລື່ນ​ກາຍ​ຈຳ​ນວນ​ທະ​ຫານ​ອາ​ເມ​ລິ​ກາ​ ທີ່ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 1 - ảnh 1ພາບປະກອບ: Getty

ຕາມຂໍ້ມູນຈາກມະຫາວິທະຍາໄລ Johns Hopskin ແລ້ວ, ຈຳນວນຜູ້ເສຍຊີວິດ ຍ້ອນໂລກລະບາດ Covid - 19 ຢູ່ອາເມລິກາ ໄດ້ລື່ນກາຍຕົວເລກ 116.700 ຄົນ, ສູງກ່ວາຈຳນວນ ທະຫານອາເມລິກາທີ່ ເສຍຊີວິດໃນສົງຄາມໂລກຄັ້ງທີ 1. ອາເມລິກາ ກໍ່ໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 2 ລ້ານຄົນ, ສູງທີ່ສຸດໃນທົ່ວໂລກ. ໂດຍບໍ່ຫົວຊາ ຕໍ່ຄວາມມານະພະຍາຍາມຂອງລັດຖະບານແນໃສ່ປະກາດສິ້ນສຸດໂລກລະບາດ ເພື່ອເລີ່ມນຳພື້ນຖານເສດຖະກິດກັບຄືນສູ່ເຄື່ອນໄຫວ, ປະຈຸບັນ 18 ລັດ ຢູ່ອາເມລິກາພວມໄດ້ເຫັນປະຈັກຕາກ່ຽວກັບ ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ, ສ່ວນໜຶ່ງແມ່ນຍ້ອນ ປະຊາຊົນລະເລີຍຕໍ່ບັນດາຂໍ້ແນະນຳກ່ຽວກັບການແຍກຫ່າງໃນສັງຄົມ. ປັດຈຸບັນ, ວົງການນັກການແພດພວມຮຽກຮ້ອງໃຫ້ປະຊາຊົນອາເມລິກາ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ການຕິດແປດລວມມີ: ການໃສ່ຜ້າອັດປາກ - ດັງ ແລະ ຮັກສາໄລຍະຫ່າງ ເພື່ອຈຳກັດການແຜ່ລາມຂອງໄວຣັດ.

        ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ