(ພາບປະກອບ)
(vovworld) - ວັນທີ 10/9, ທ່ານລັດຖະມົນຕີກະຊວງພາຍໃນ ສະຫະພັນເຢັຍລະມັນ Thomas de Maiziere ໃຫ້ຮູ້ວ່າ, ຈຳນວນເປົ້າໝາຍຊາວອິດສະລາມຫົວຮຸນແຮງທີ່ອັນຕະລາຍຢູ່ປະເທດນີ້ພວມເພີ່ມຂຶ້ນລະດັບສູງສຸດນັບແຕ່ກ່ອນມາ. ທ່ານຍັງຮູ້ວ່າ, ປະຈຸບັນ, ເຢັຍລະມັນມີ 520 ຄົນສາມາດປະຕິບັດການບຸກໂຈມຕີກໍ່ການຮ້ານພາຍໃນປະເທດ. ຄຽງຂ້າງນັ້ນ, ຍັງມີ 360 ຄົນທີ່ກ່ຽວຂ້ອງເຖິງພວກກໍ່ການຮ້າຍດັ່ງກ່າວ. ຊາວ ເຢັຍລະມັນຫຼາຍຄົນສະແດງຄວາມວິຕົກກັງວົນວ່າ, ບັນດາເປົ້າໝາຍທີ່ຂຶ້ນກັບອົງການຮ້າຍ “ລັດອິດສະລາມ“ (IS) ໄດ້ຮ່ວມກັບຂະບວນຊາວອົບປະຍົບ 1 ລ້ານກວ່າຄົນເຂົ້າປະເທດນີ້ໃນປີ 2015 ທ່ານລັດຖະມົນຕີກະຊວງພາຍໃນ ສະຫະພັນເຢັຍລະມັນ Thomas de Maiziere ຢືນຢັນວ່າ, ເຢັຍລະມັນພວມມານະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອຕິດຕາມບັນດາເປົ້າໝາຍກໍ່ການຮ້າຍ ແລະ ກະກຽມໃຫ້ແກ່ການຜັນຂະຫຍາຍກຳລັງທັບສະຫະພັນຢູ່ຕາມຖະໜົນ.