ຈຳນວນແຂກທ່ອງທ່ຽວ ສາກົນມາຫວຽດນາມ ສືບຕໍ່ເພີ່ມຂຶ້ນ
ພາບປະກອບ
(vovworld) – ຈຳນວນແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ ຫວຽດນາມ ໃນເດືອນ 5/2014 ບັນລຸກ່ວາ 674.000 ເທື່ອຄົນ, ເພີ່ມຂຶ້ນກ່ວາ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນນີ້ປະກອບສ່ວນນຳຍອດຈຳນວນແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ ຫວຽດນາມ ໃນ 5 ເດືອນຕົ້ນປີ 2014 ບັນລຸໄດ້ກ່ວາ 3,7 ລ້ານເທື່ອຄົນ. ກົມໃຫຍ່ທ່ອງທ່ຽວກໍ່ໃຫ້ຮູ້ວ່າ: ຈຳນວນແຂກທ່ອງທ່ຽວທີ່ມາຈາກປະເທດຕ່າງໆລ້ວນແຕ່ເພີ່ມຂຶ້ນ ໃນ 5 ເດືອນຕົ້ນປີ 2014 ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ຕາມທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ແລ້ວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້, ພວມ ແລະ ຈະປະຕິບັດບັນດາມາດຕະການດີທີ່ສຸດເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄຸນນະພາບບໍລິການໃຫ້ແກ່ແຂກທ່ອງທ່ຽວ, ພ້ອມທັງເພີ່ມທະວີການເຄື່ອນໄຫວສົ່ງເສີມການໂຄສະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ.