(vovworld) - ຈໍເຈຍ ບໍ່ພິຈາລະນາບັນຫາກັບຄືນສູ່ປະຊາຄົມບັນດາປະເທດເອກະລາດ (SNG), ແຕ່ກໍມີເຈດຈຳນົງຢາກເຮັດໃຫ້ການພົວພັນກັບທຸກປະເທດສະມາຊິກ SNG ມີຄວາມເລິກເຊິ່ງຂຶ້ນຕື່ມ. ນັ້ນແມ່ນຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີ ຈໍເຈຍ Bidzina Ivanishvili ໃນການປະຊຸມຂ່າວເມື່ອວັນທີ 24/12, ຢູ່ນະຄອນຫຼວງ Tbilisi. ທ່ານນາຍົກລັດຖະມົນຕີ ຈໍເຈຍ ເນັ້ນໜັກວ່າ, ຍຸດທະສາດຂອງຈໍເຈຍ ແມ່ນເຊື່ອມໂຍງກັບເອີລົບ ແລະ ເອີລົບ - ມະຫາສະມຸດອັດລັງຕິກ ແລະ Tbilisi ບໍ່ມີເຈດຈຳນົງຈະພິຈະລະນາຍຸດທະສາດນີ້ຄືນໃໝ່. ທ່ານຢືນຢັນວ່າ, ຈໍເຈຍ ຄາດວ່າຈະປັບປຸງການພົວພັນກັບທຸກປະເທດບ້ານ ໃກ້ເຮືອນຄຽງໃນສະມາຊິກ SNG ແລະ ເພື່ອເຮັດສິ່ງດັ່ງກ່າວ Tbilis ຈະນຳໃຊ້ທຸກຮູບການຮ່ວມມືເຊິ່ງບໍ່ກີດຂວາງຍຸດທະສາດຂອງປະເທດນີ້.