(vovworld) - ວັນທີ 13/3, ທ່ານ Heraldo Munoz, ລັດຖະມົນຕີການຕ່າງປະເທດ ຈີເລ ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ການເຊື່ອມໂຍງ ອາຊີ - ປາຊີຟິກ, ການຄ້າເສລີ ແລະ ຕ້ານການອາລັກຂາທີ່ກອງປະຊຸມບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP), ເຊິ່ງດຳເນີນໃນວັນທີ 14 – 15/3 ຢູ່ນະຄອນ Vina del Mar, ປະເທດ ຈີເລ. ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີການຄ້າ TPP ໂດຍ ຈີເລ ຈັດຕັ້ງ ເພື່ອແນໃສ່ຊອກຫາມາດຕະການກູ້ຊ່ວຍສັນຍາ TPP ພາຍຫຼັງລັດຖະບານຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດບໍ່ເຂົ້າຮ່ວມສັນຍາ, ເຊິ່ງສັນຍານີ້ໄດ້ຮັບການຊຸກຍູ້ໃນສະໄໝຂອງອະດີດປະທານາທິບໍດີ Barack Obama. ທ່ານລັດຖະມົນຕີການຕ່າງປະເທດ ຈີເລ Heraldo Munoz ຢັ້ງຢືນວ່າ: ຈີເລ ຈະສືບຕໍ່ເດີນຕາມການຄ້າເສລີ ແລະ ກອງປະຊຸມຈະມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ 12 ປະເທດສະມາຊິກ TPP ເຊິ່ງລວມມີ: ອາເມລິກາ, ການາດາ, ຈີເລ, ເມກຊີໂກ, ເປຣູ, ອົດສະຕາລີ, ນິວຢີແລນ, ຍີ່ປຸ່ນ, ມາເລເຊຍ, ບຣູໄນ, ສິງກະໂປ ແລະ ຫວຽດນາມ, ພ້ອມກັບ 3 ປະເທດ ບໍ່ເຂົ້າຮ່ວມ TPP ນັ້ນແມ່ນ ຈີນ, ສ. ເກົາຫຼີ ແລະ ໂກໂລມໂບ.