ຊຸກ​ຍູ້ ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ​ໃຫ່​ມ ລະ​ຫວ່າງຫວຽດ​ນາມແລະ UAE

(VOVWORLD) - ວັນທີ 15 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານຈິ້ງດິ່ງຢຸ໊ງຮອງນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານ Sheikh Sultan Bin Saeed Al Mansouriລັດຖະມົນຕີເສດຖະກິດແຫ່ງສະຫະລັດອາຣັບເອມິເຣດ (UAE), ທີ່ໄດ້ນຳໜ້າຄະນະຜູ້ແທນວິສາຫະກິດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ຊຸກ​ຍູ້ ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ​ໃຫ່​ມ ລະ​ຫວ່າງຫວຽດ​ນາມແລະ UAE - ảnh 1ສະຫະລັດອາຣັບເອມິເຣດ (UAE) ຈະສືບຕໍ່ຮ່ວມມຶກັບຫວຽດນາມໃນຫຼາຍຂົງເຂດ (ພາບ: VGP) 

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິ່ງຢຸ໊ງເນັ້ນໜັກວ່າ: ຫວຽດນາມຍາມໃດກໍ່ຊົມເຊີຍ, ສົ່ງເສີມແລະພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ, ມີບັນດາວິສາຫະກິດ  UAE ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມໃນຂົງເຂດຕ່າງໆຄື: ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ, ການບໍລິການ logistics, ນ້ຳມັນອາຍແກດ, ພະລັງງານຜະລິດຄືນໃໝ່, ການປະຢັດພະລັງງານ, ບັນດາຂະແໜງອຸດສະຫະກຳສະໜັບສະໜູນ, ການຜະລິດວັດຖຸອຸປະກອນ… ພ້ອມດຽວກັນນັ້ນ, ກໍ່ມີຄວາມປາດຖະໜາຢາກໃຫ້ ລັດຖະບານ UAE ສ້າງເງື່ອນໄຂສະດວກໃຫ້ແກ່ ບັນດາພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດແລະເຮັດວຽກ ຢູ່ UAE ທັງຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ, ທັງມີການປະກອບສ່ວນຕ່າງໆໃຫ້ແກ່ປະເທດປະຈຳຖິ່ນ.

        ສ່ວນທ່ານລັດຖະມົນຕີ ເສດຖະກິດແຫ່ງ UAE Sheikh Sultan Bin Saeed Al Mansouriກໍ່ຖືວ່າ: ທ່າແຮງບົ່ມຊ້ອນ, ກາລະໂອກາດແຫ່ງການລົງທຶນຢູ່ ຫວຽດນາມຍັງມີຫຼາຍຢູ່, ນອກຈາກບັນດາຂົງເຂດທີ່ໄດ້ລົງທຶນຄື: ການບໍລິການ logistic, ທ່າກຳປັ່ນທະເລ, ອະສັງຫາລິມະຊັບ…, ໃນມໍ່ໆນີ້,  UAE ຈະຄົ້ນຄວ້າ, ຊອກຮູ້ການລົງທຶນຢູ່ ຂົງເຂດເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ, ການທ່ອງທ່ຽວ, ການປຸງແຕ່ງສະບຽງອາຫານ. ນີ້ແມ່ນບັນດາການກຳນົດທິດທີ່ເໝາະສົມກັບທັງສອງປະເທດກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດການຮ່ວມມືການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ