(VOVWORLD) - ເພື່ອສືບຕໍ່ຊຸກຍູ້ພັດທະນາການຊຳລະບໍ່ໃຊ້ເງິນສົດ, ຊຳລະເອເລັກໂຕນິກ ໃຫ້ບັນລຸໄດ້ບັນດາເປົ້າໝາຍຕາມ ຂໍ້ຕົກລົງເລກທີ 2545 ຂອງນາຍົກລັດຖະມົນຕີ, ຕອນບ່າຍວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງ ເວທີປາໄສ “ຊຸກຍູ້ການຊຳລະບໍ່ໃຊ້ເງິນສົດໃນວິສາຫະກິດ”.
ເວທີປາໄສ “ຊຸກຍູ້ການຊຳລະບໍ່ໃຊ້ເງິນສົດໃນວິສາຫະກິດ” (ພາບ: kinhtedothi.vn) |
ທ່ານ ເລແອັງຢຸງ, ຮອງຫົວໜ້າກົມຊຳລະທະນາຄານແຫ່ງລັດ, ໃຫ້ຮູ້ວ່າ: ການເຄື່ອນໄຫວຊຳລະໃນໄລຍະຈະມາເຖິງ ແມ່ນຖືລູກຄ້າເປັນໃຈກາງເພື່ອຍົກສູງຄຸນນະພາບການບໍລິການ ແລະ ເພີ່ມທະວີກຳລັງແກ້ງແຍ້ງ, ຖືເອົາໂປຣແກຼມເຕັກໂນໂລຢີ, ຜົນງານຂອງ ການປະຕິວັດອຸດສາຫະກຳ 4.0 ເພື່ອສ້າງການພັດທະນາແບບບຸກທະລຸ. ທ່ານກ່າວວ່າ:
ທະນາຄານແຫ່ງລັດຈະສືບຕໍ່ຄົ້ນຄ້ວາປະກາດໃຊ້ໃໝ່, ປັບປຸງ, ເພີ່ມເຕີມຂໍ້ກຳນົດທີ່ປະກາດໃຊ້ໃນປະຈຸບັນເພື່ອແນໃສ່ສ້າງກອບນິຕິກຳໃຫ້ມີຄວາມໂປ່ງປອດ, ສະດວກໃຫ້ແກ່ການເຄື່ອນໄຫວຊຳລະບໍ່ໃຊ້ເງິນສົດ, ຊຳລະເອເລັກໂຕນິກ. ພັດທະນາການຊຳລະບໍ່ໃຊ້ເງິນສົດຢູ່ບັນດາເຂດຊົນນະບົດດ້ວຍບັນດາຮູບແບບຜັນຂະຫຍາຍໃໝ່, ວິທີການຊຳລະທີ່ເໝາະສົມ, ຕິດພັນກັບການຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເງິນຮອບດ້ານ.