ຊຸກຍູ້ການຖ່າຍທອດເຕັກໂນໂລຢີລະຫວ່າງວິສາຫະກິດພາຍໃນປະເທດ ແລະ FDI

(VOVWORLD) - ຊຸກຍູ້ການເຄື່ອນໄຫວເຊື່ອມຕໍ່ ແລະ ຖ່າຍທອດເຕັກໂນໂລຢີລະຫວ່າງວິສາຫະກິດທີ່ມີເງິນລົງທຶນຕ່າງປະເທດ FDI ແລະ ວິສາຫະກິດພາຍໃນປະເທດ ແມ່ນຈຸດປະສົງຂອງສະຫະສະມາຄົມວິສາຫະກິດນະຄອນ ໂຮ່ຈີມິນ (HUBA) ໃນການຮ່ວມມືກັບບັນດາສະຫະສະມາຄົມວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ຊຸກຍູ້ການຖ່າຍທອດເຕັກໂນໂລຢີລະຫວ່າງວິສາຫະກິດພາຍໃນປະເທດ ແລະ FDI - ảnh 1 (ພາບປະກອບ)

ນີ້ແມ່ນຂໍ້ມູນຂ່າວສານ ຊຶ່ງທ່ານ ຈູຕຽນຢຸງ ປະທານສະຫະສະມາຄົມວິສາຫະກິດນະຄອນ ໂຮ່ຈີມິນ ເຜີຍໃຫ້ຮູ້ທີ່ພິທີລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງ HUBA ແລະ ສະຫະສະມາຄົມວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ (AMCHAM) ໃນວັນທີ 07 ກໍລະກົດ.

        ການລົງນາມຂໍ້ຕົກລົງຮ່ວມມືລະຫວ່າງ HUBA ແລະ AMCHAM ແມ່ນໜຶ່ງໃນບັນດາບາດກ້າວທຳອິດ ເພື່ອແນໃສ່ຢືນຢັນ ແລະ ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການພົວພັນຮ່ວມມື ເຊິ່ງ 2 ສະຫະສະມາຄົມໄດ້ມີຢູ່ແລ້ວ ແນໃສ່ໜູນຊ່ວຍ, ຊຸກຍູ້ການພັດທະນາການຮ່ວມມືລະຫວ່າງບັນດານັກທຸລະກິດ, ວິສາຫະກິດເປັນສະມາຊິກຂອງສະຫະສະມາຄົມຂອງ 2 ຝ່າຍ ໃນການຖ່າຍທອດເຕັກໂນໂລຢີ ກໍ່ຄືເປີດກ້ວາງກາລະໂອກາດການລົງທຶນ, ພັດທະນາຕະຫລາດຢູ່ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ