ຊຸກຍູ້ການພົວພັນການຄ້າ-ການລົງທຶນລະຫວ່າງຫວຽດນາມແລະອີຢິບ

ຊຸກຍູ້ການພົວພັນການຄ້າ-ການລົງທຶນລະຫວ່າງຫວຽດນາມແລະອີຢິບ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ
(ພາບ​ປະ​ກອບ)

(vovworld) – ​ ​​​ຕອ​ນ​ເຊົ້າ​ວັນ​ທີ 13/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ ນຳ​ໜ້າ​ຄະ​ນະ​ການ​ນຳ​ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ “ກອງ​ປະ​ຊຸມ​ພັດ​ທະ​ນາ​ເສດ​ຖະ​ກິດ ອີ​ຢິບ”, ດຳ​ເນີນ​ໄປ​ຢູ່ Sharm El Sheikh, ປະ​ເທດ ອີ​ຢິບ ແຕ່ວັນ​ທີ 13 – 15/3.

        ນີ້​ແມ່ນ​ເຫດ​ການ​ມີ​ລັກສະ​ນະ​ການ​ເມືອງ ແລະ ຄວາມ​ໝາ​ຍ​ເສດ​ຖະ​ກິດ​ອັນ​ໃຫຍ່ຫຼວງ​ສຳ​ລັບ ອີ​ຢິບ, ເຊິ່​ງ​ແມ່ນ​ປະ​ເທດ ອາ​ຣັບ ມີ​ພົນ​ລະ​ເມືອງຫຼາຍ​ສຸດ​ຢູ່ ຕາ​ເວັນ​ອ​ອ​ກາງ - ອາບ​ຟ​ຣີ​ກາ​ເໜືອ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳຫຼາຍ​ກະ​ຊວງ, ຂະ​ແໜງ​ການກໍ່​ຄື​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫ​ຍ່​ໃນ​ໂລກ. ທີ່ກອງ​ປະ​ຊຸມ, ລັດ​ຖະ​ບານ ອີ​ຢິບ ໄດ້​ແນະ​ນຳ​ປະ​ມານ 30 ໂຄງ​ການ​ໃຫຍ່​ເພື່ອ​​ດຶງ​ດູດ​ຈຳ​ນວນ​ເງິນ​ລົງ​ທຶນ​ປະ​ມານ 20 ຕື້ USDຂຶ້ນ​ກັບຫຼາຍ​ຂົງ​ເຂດ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ ກາວ​ດຶກ​ຟາດ ແລ້ວ, ກອງ​ປະ​ຊຸມນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ, ຮ່ວມ​ມື, ປະ​ກອບ​ສ່ວນ​ບັນ​ລຸ​ໄດ້​ຈຸດ​ໝາຍ​ວົງ​ເງິນ​ສົ່ງ​ອອກ 2 ປະ​ເທດ​ໃນ​ປີ 2015 ຂຶ້ນ​ເຖິງ 500 ລ້ານ USD. ໃນ​ປີ 2014, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ອີ​ຢິບ ບັນ​ລຸ 370 ລ້ານ USD, ເພີ່ມ​ຂຶ້ນ 85% ເມື່ອ​ທຽບ​ໃສ່​ປີ 2013.


ຂ່າວ/ບົດ​ອື່ນ