ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານຫວຽດນາມ-ຮູງກາຣີ
|
(vovworld) – ວັນທີ 13/1 ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ໄດ້ມີການເຈລະຈາກັບ ທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ Gergely Gulyas ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 12-16/1. ນະທີ່ນີ້ ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ: ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງເປັນປົກກະຕິ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ຮູງກາຣີ ປີ 2016 ບັນລຸໄດ້150 ລ້ານ USD ( ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2015 ). ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະເໜີໃຫ້ສອງຝ່າຍຕ້ອງກວດກາຄືນການຜັນຂະຫຍາຍໝາກຜົນກອງປະຊຸມຄັ້ງທີ VI ຂອງຄະນະກຳມາທິການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫວຽດນາມ-ຮູງກາຣີ, ສົມທົບກັນສ້າງໂຄງການ, ແຜນການຮ່ວມມືສອງຝ່າຍ ເພື່ອແລກປ່ຽນ, ເຫັນດີເປັນເອກະພາບໃນກອງປະຊຸມຄັ້ງທີ VII ຈະມາເຖິງ.
ສ່ວນທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ Gergely Gulyas ກໍ່ປາຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມໃນຂົງເຂດທ່ອງທ່ຽວ; ຈະດຳເນີນການພົບປະລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດໃຫ້ຫຼາຍກວ່າອີກ, ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍ, ພິເສດແມ່ນໃນຂົງເຂດຮັບໃຊ້ການພັດທະນາເສດຖະກິດ.