ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່​່າງ ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ ຫວຽດ​ນາມ ແລະ ​​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ອາກ​ຊັງ​ຕີນ

(VOVWORLD) -ວັນທີ 17 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ອາກຊັງຕີນ, ທ່ານ ເຢືອງກວ໊ກແທັງ ເອກອັກຄະລັດຖະທູດ      ຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Alejandro Pont Lezica ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕີນ (RNA), ເນື່ອງໃນໂອກາດຫາກໍ່ມາຮັບໜ້າທີ່ຢູ່ບໍລິເວນ.
ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່​່າງ ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ ຫວຽດ​ນາມ ແລະ ​​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ອາກ​ຊັງ​ຕີນ - ảnh 1ທ່ານ ເຢືອງກວ໊ກແທັງ ເອກອັກຄະລັດຖະທູດ      ຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Alejandro Pont Lezica ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕີນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຢືອງກວ໊ກແທັງ ຕີລາຄາສູງຕໍ່ວິວັດການຮ່ວມມືລະຫວ່າງ RNA ແລະ ວິທະຍູກະຈາຍສຽງ ຫວຽດນາມ (VOV) ໃນໄລຍະຜ່ານມາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການໂຄສະນາ, ແນະນຳສະຖານີວິທະຍຸກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດຜ່ານບັນດາລາຍການກະຈາຍສຽງຂອງສອງສະຖານີ, ໄດ້ຮັບການຕ້ອນຮັບ ແລະ ກະທົບຕອບຢ່າງສຸດໃຈຈາກທ່ານຜູ້ຟັງສອງປະເທດ. ໃນໄລຍະຈະມາເຖິງທ່ານ ເຢືອງກວ໊ກແທັງ ແລະ ຜູ້ອຳນວຍການ RNA ເຫັນດີສືບຕໍ່ຜັນຂະຫາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳຮ່ວມມືຢ່າງມີປະສິທິຜົນດ້ວຍບັນດາເນື້ອໃນລະອຽດ, ພິເສດແມ່ນສືບຕໍ່ສົມທົບກັນຜະລິດລາຍການ, ແລກປ່ຽນລາຍການກະຈາຍສຽງ “ອາກຊັງຕີນ ສະບາຍດີ ຫວຽດນາມ” ແລະ “ຫວຽດນາມ ສະບາຍດີ ອາກຊັງຕີນ”.

ສອງຝ່າຍກໍ່ເຫັນດີເພີ່ມເຕີມບັນດາເນື້ອໃນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ; ເພີ່ມທະວີການໂຄສະນາ, ແນະນຳກ່ຽວກັບປະເທດຊາດ, ປະຊາຊົນສອງປະເທດຢູ່ເວັບໄຊຂອງສອງສະຖານີວິທະຍຸ; ຜັນຂະຫຍາຍປະຕິບັດແຜນການແລກປ່ຽນບົດຮຽນ, ນັກຊຽວຊານລະຫວ່າງສອງສະຖານີວິທະຍຸ, ສົມທົບກັນຜະລິດບັນດາລາຍການລວມແນະນຳກ່ຽວກັບປະເທດຊາດ,ປະຊາຊົນສອງປະເທດເພື່ອອອກອາກາດຢູ່ແຕ່ລະສະຖານີວິທະຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ