(ພາບປະກອບ)
(vovword)- ໃນລະຫວ່າງວັນທີ 04-10/03/2017, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢູງ ນຳໜ້າຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ EU ແລະ ເຢຍລະມັນ ໃນຂອບເຂດການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ອົງການ Friedrich Naumann ( FNF, ເຢຍລະມັນ ). ຈຸດປະສົງຂອງການປະຕິບັດງານແມ່ນ ຊຸກຍູ້ການພົວພັນຫວຽດນາມ-EU ຜ່ານການຂົນຂວາຍ EU ເຊັນສັນຍາ, ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EU ( EVFTA ) ໂດຍໄວ, ຮັບຮອງກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ແລະ ສົມທົບກັນຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ລະຫວ່າງຫວຽດນາມ ແລະ EU ຢ່າງມີປະສິດທິຜົນ.
ໃນການປະຕິບັດງານ, ຄະນະໄດ້ເຮັດວຽກກັບລັດຖະສະພາເອີລົບ, ອົງການຮັບຜິດຊອບວຽກງານການຕ່າງປະເທດຂອງເອີລົບ, ກົມໃຫຍ່ຮ່ວມມືພັດທະນາ ແລະ ກົມໃຫຍ່ການຄ້າຂອງຄະນະກຳມະການເອີລົບ, ກະຊວງການຕ່າງປະເທດເຢຍລະມັນ, ຫ້ອງການການຄ້າແລະອຸດສາຫະກຳເອີລົບ, ສະຫະສະມາຄົມວົງການເຈົ້າຂອງ ແລະ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບອົງການ FNF ໄລຍະ 2017-2019.
ໃນການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງ EU ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ແລະ ບັນດາມາດຕະການ ເພື່ອຊຸກຍູ້ການພົວພັນຫວຽດນາມ-EU ໃນທຸກຂົງເຂດເສດຖະກິດ, ການເມືອງ, ການຄ້າ, ການລົງທຶນ. ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ EU ; ປາຖະໜາຢາກເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮອບດ້ານກັບ EU ເລິກເຊິ່ງກວ່າ ຜ່ານການສົມທົບກັນຜັນຂະຫຍາຍສັນຍາ PCA ຢ່າງມີປະສິດທິຜົນ; ທ່ານກໍ່ສະເໜີສອງຝ່າຍມານະພະຍາຍາມກວດກາຄືນນິຕິກຳທັງໝົດ ເພື່ອອາດຈະລົງນາມ ແລະ ໃຫ້ສັດຕະຍະບັນ ສັນຍາ EVFTA ໂດຍໄວ, ຮັບຮອງເສດຖະກິດການຕະຫຼາດໃຫ້ແກ່ຫວຽດນາມ ໃນໂອກາດເຊັນສັນຍາດັ່ງກ່າວ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ສະເໜີ EU ສະໜັບສະໜູນການຮ່ວມມືອານຸພາກພື້ນແມ່ນ້ຳຂອງ; ພິຈາລະນາໜູນຊ່ວຍດ້ານການເງິນ ໃຫ້ແກ່ໂຄງການຮ່ວມມືລະຫວ່າງ ແຂວງ Tulcea ( ລູມານີ ) ແລະ ແຂວງເບັ້ນແຈ ໃນຂອບເຂດການຮ່ວມມື ແມ່ຂອງ -Danube ເພື່ອນຳໂຄງການ ກາຍເປັນໂຄງການຕົ້ນຕໍ ໃນຂອບເຂດເວທີປາໄສການຮ່ວມມື ອາຊີ-ເອີລົບ (ASEM).
ໃນຂອບເຂດລາຍການເຮັດວຽກ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ໄດ້ມີບັນດາການພົບປະກັບ ສະມາຊິກສະພາຂອງກຳມາທິການການຄ້າສາກົນ ແລະ ກຳມາທິການຕ່າງປະເທດຂອງລັດຖະສະພາເອີລົບ (EP). ຄະນະກໍ່ໄດ້ສະຫງວນເວລາຊອກຮູ້, ຕີລາຄາຂອງບັນດານັກຮຽນຮູ້ ແລະ ສະຫະສະມາຄົມວິສາຫະກິດເອີລົບ ແລະ ບັນດາການອາລັກຂາດ້ານການຄ້າທີ່ມີທິດເພີ່ມຂຶ້ນ ແລະ ກະທົບເຖິງການພົວພັນເສດຖະກິດ-ການຄ້າຫວຽດນາມ-EU, ໃນນັ້ນມີ EVFTA……
ທີ່ເຢຍລະມັນ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະປີ 2017-2019 ລະຫວ່າງ ກົມຮ່ວມມືເສດຖະກິດຫຼາຍຝ່າຍ, ກະຊວງການຕ່າງປະເທດຫວຽດນາມ ແລະ ອົງການ FNF.