(VOVWORLD) - ວັນທີ 22 ມິຖຸນາ, ຢູ່ຫໍປະຊຸມ ແຂວງບິງເຢືອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸ້ກ ໄດ້ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດໃນທຸກຂົງເຂດເສດຖະກິດ, ປ້ອງກັນຊາດ, ວັດທະນະທຳ, ການສຶກສາ…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸ້ກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, |
ສອງນາຍົກລັດຖະມົນຕີ ເຫັນດີສ້າງເງື່ອນໄຂສົ່ງເສີມບັນດາການລົງທຶນ, ແລກປ່ຽນການຄ້າ, ສິນຄ້າ ແລະ ການບໍລິການ; ເພີ່ມທະວີການສົມທົບໃນທຸກບັນດາເວທີປາໃສພາກພື້ນ ແລະ ສາກົນ. ພ້ອມທັງສະເໜີບັນດາມາດຕະການຮ່ວມມື ເພ່ືອສະກັດກັ້ນລັດທິການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ…ແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນກໍ່ຄືຢູ່ທຸກປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນພຸກ ສະເໜີໃຫ້ ກຳປູເຈຍ ເອົາໃຈໃສ່, ຊີ້ນຳຊຸກຍູ້ການປະຕິບັດວຽກງານຄົ້ນຫາ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ. ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ເຈລະຈາ, ຊອກຫາວິທີແກ້ໄຂສຳລັບບັນດາບັນຫາເຂດຊາຍແດນຍັງເຫຼືອ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນການປະຕິບັດວຽກງານຄຸ້ມຄອງຊາຍແດນ ແນໃສ່ສ້າງເສັ້ນທາງຊາຍແດນສອງປະເທດເປັນຊາຍແດນສັນຕິພາບ, ສະຖຽນລະພາບ, ຮວ່ມມື ແລະ ພັດທະນາຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ປາຖະໜາວ່າຝ່າຍ ກຳປູເຈຍ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ມີໜ້າທີ່ຊຸກຍູ້ຄວາມຄືບໜ້າ ແລະ ປະສິດທິຜົນໃນການປະຕິບັດວຽກງານ ມອບເອກະສານດ້ານນິຕິກຳໃຫ້ແກ່ປະຊາຊົນຊາວ ຫວຽດນາມ ຢູ່ ກຳປູເຈຍ
ສ່ວນ, ທ່ານນາຍົກລັດຖະມົນ Hun Sen ອີກເທື່ອໜຶ່ງ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ກັບການເສຍສະຫຼະເຊິ່ງ ຫວຽດນາມ ສະຫງວນໃຫ້ແຫ່ ກຳປູເຈຍ, ຊ່ວຍໃຫ້ ກຳປູເຈຍ ຫຼຸດພົ້ນຈາກລະບອບດັບສູນເຊື້ອຊາດ Pon Pot . ທ່ານນາຍົກລັດຖະມົນຕີ. Hun Sen ກໍ່ໄດ້ຕີລາຄາສູງການປະກອບສ່ວນຢ່າງແທດຈິງ, ປະສິດທິຜົນຂອງບັນດາວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຢູ່ ກຳປູເຈຍ ໃຫ້ການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຍົກສູງຊີວິດການເປັນຢູ່, ຮັບປະກັນຊີວິດສັງຄົມທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ແລະ ຄະນະຜູ້ແທນຂັ້ນສູງ ລັດຖະບານກຳປູເຈຍ ໄດ້ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ດ້ວຍໝາກຜົນອັນດີງາມ.