ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການ ລະຫວ່າງ ຫວຽດນາມ-ລາວ
ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ
ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳແຫ່ງ ສປປ. ລາວ
(ພາບ: moj.gov.vn)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີວ່າການກະຊວງຍຸຕິທຳຫວຽດນາມ, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳແຫ່ງ ສປປ. ລາວ ບຸນເກີດ ສັງສົມສັກ ນຳໜ້າຄະນະພະນັກງານຂັ້ນສູງຂອງກະຊວງຍຸຕິທຳລາວ ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 27-31/01/2015. ວັນທີ 29/1, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີວ່າການກະຊວງຍຸຕິທຳລາວ ບຸນເກີດ ສັງສົມສັກ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ ໄລຍະ 2015-2020. ທີ່ການເຈລະຈາ, ລັດຖະມົນຕີທັງ 2 ທ່ານ ໄດ້ແລກປ່ຽນກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບດ້ານກົດໝາຍ ແລະ ດ້ານຕຸລາ ການຂອງ 2 ປະເທດ. ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳລາວ ບຸນເກີດ ສັງສົມສັກ ຫວັງວ່າ: 2 ກະຊວງຍຸຕິທຳຈະມີການຮ່ວມມືຢ່າງແໜ້ນແຟ້ນ ແລະ ກະຊວງຍຸຕິທຳລາວຈະສົ່ງພະນັກງານມາຊອກຮູ້ ກ່ຽວກັບບັນດາຂົງເຂດການເຄື່ອນໄຫວຂອງກະຊວງຍຸຕິທຳຫວຽດນາມ ຢ່າງເລິກເຊິ່ງກ່ວາອີກ. ພ້ອມກັນນັ້ນ, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳລາວ ກໍ່ເນັ້ນໜັກວ່າ: ທັດສະນະຂອງລາວ ຍາມໃດກໍ່ສະໜັບສະໜູນຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ. ກ່ຽວກັບບັນດາເນື້ອໃນການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງກະຊວງຍຸຕິທຳ 2 ປະເທດໃນໄລຍະ 2015-2020, 2 ກະຊວງຈະເພີ່ມທະວີການແລກ ປ່ຽນບົດຮຽນ ກ່ຽວກັບການປະຕິຮູບດ້ານຕຸລາການ ແລະ ກົດໝາຍ; ກໍ່ສ້າງ ແລະ ປະຕິບັດກົດໝາຍ. 2 ຝ່າຍກໍ່ເຫັນດີເປັນເອກະພາບການຮ່ວມມື ແລະ ສົມທົບກັນໃນການເຄື່ອນໄຫວທີ່ບັນດາເວທີປາໄສຫຼາຍຝ່າຍ ກ່ຽວກັບບັນດາບັນຫາກົດ ໝາຍ ແລະ ຕຸລາການ; ສົ່ງເສີມການຮ່ວມມື ລະຫວ່າງບັນດາອົງການຍຸຕິທຳທ້ອງຖິ່ນ.