ຊຸກຍູ້ການສ້າງຕັ້ງສູນອາຊຽນ ປະຈຳຢູແກຼນ

(VOVWORLD) -ເລື່ອງສ້າງຕັ້ງສູນອາຊຽນ ປະຈຳຢູ່ທີ່ນີ້ແມ່ນເໝາະສົມກັບມາດຕະຖານຂອງໂຮງຮຽນ ເພື່ອແນໃສ່ເພີ່ມທະວີການພົວພັນສາກົນ, ພັດທະນາເສດຖະກິດ, ສ້າງຄວາມຮູ້ທາງດ້ານວັດທະນະທຳ ແລະ ສັງຄົມອາຊຽນ ແລະ ຂອງແຕ່ລະປະເທດອາຊຽນ.
ຊຸກຍູ້ການສ້າງຕັ້ງສູນອາຊຽນ ປະຈຳຢູແກຼນ - ảnh 1 (ກອງປະຊຸມໄດ້ດຳເນີນຢູ່ມະຫາວິທະຍາໄລແຫ່ງຊາດຢູແກຼນ Taras Shevchenko)

ວັນທີ 16 ກັນຍາ, ຢູ່ມະຫາວິທະຍາໄລແຫ່ງຊາດຢູແກຼນ Taras Shevchenko, ໄດ້ດຳເນີນກອງປະຊຸມລະຫວ່າງຜູ້ຕາງໜ້າກະຊວງການຕ່າງປະເທດຢູແກຼນ, ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ ກີແອັບ ແລະ ການນຳໂຮງຮຽນຫຼັງດັ່ງກ່າວກ່ຽວກັບການສ້າງຕັ້ງສູນອາຊຽນ.

          ທ່ານສາດສະດາຈານ Leonid V.Huberskyi, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຢູແກຼນ Taras Shevchenko ຢືນຢັນວ່າ, ເລື່ອງສ້າງຕັ້ງສູນອາຊຽນ ປະຈຳຢູ່ທີ່ນີ້ແມ່ນເໝາະສົມກັບມາດຕະຖານຂອງໂຮງຮຽນ ເພື່ອແນໃສ່ເພີ່ມທະວີການພົວພັນສາກົນ, ພັດທະນາເສດຖະກິດ, ສ້າງຄວາມຮູ້ທາງດ້ານວັດທະນະທຳ ແລະ ສັງຄົມອາຊຽນ ແລະ ຂອງແຕ່ລະປະເທດອາຊຽນ. ພິເສດ, ຢູ່ມະຫາວິທະຍາໄລແຫ່ງນີ້ ມີສະຖາບັນວັນນະຄະດີພາສາຕ່າງສາດ ດ້ວຍຫຼັກສູດການສອນກວ່າ 30 ພາສາທີ່ແຕກຕ່າງກັນໃນໂລກ, ໃນນັ້ນມີພາສາຫວຽດ ແລະ ພາສາອິນໂດເນເຊຍ. ທ່ານສາດສະດາຈານ Leonid V.Huberskyi ຢືນຢັນວ່າ, ຈະສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ, ສະຫຼອງສະຖານທີ່, ບັນດາເຄື່ອງອຸປະກອນ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ຈຳເປັນ ເພື່ອນຳສູນນີ້ເຂົ້າເຄື່ອນໄຫວໂດຍໄວ.

          ເມື່ອແລກປ່ຽນກັບຜູ້ຕາງໜ້າຝ່າຍຢູແກຼນ, ບັນດາເອກອັກຄະລັດຖະທູດໄດ້ຢືນຢັນວ່າ, ສູນອາຊຽນ ຈະສ້າງໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງອາຊຽນ - ຢູແກຼນ ເວົ້າລວມ ແລະ ລະຫວ່າງຢູແກຼນ ກັບແຕ່ລະປະເທດອາຊຽນ ເວົ້າສະເພາະ ຜ່ານການເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນ. ສູນແຫ່ງນີ້ຈະແມ່ນສະຖານທີ່ຈັດຕັ້ງບັນດາກອງປະຊຸມສຳມະນາ, ໂອ້ລົມສົນທະນາ, ຄົ້ນຄວ້າ, ເປີດກາລະໂອກາດແລກປ່ຽນວັດທະນະທຳ, ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ