ຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຢູ່ ຫວຽດນາມ
ກອງປະຊຸມສຳມະນາໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ
|
(vovworld) – ຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຢູ່ ຫວຽດນາມ - ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12/4, ຢູ່ຮ່າໂນ້ຍ. ບັນດາຜູ້ແທນຖືວ່າ ຢູ່ ຫວຽດນາມ ເພື່ອປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງນັ້ນ ເລື່ອງສົມທົບກັນລະຫວ່າງບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ວິສາຫະກິດແມ່ນສຳຄັນທີ່ສຸດ. ເລື່ອງຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຈະນຳມາເຊິ່ງຜົນປະໂຫຍດໃດໜຶ່ງໃຫ້ແກ່ບັນດາວິສາຫະກິດ. ທ່ານນາງ ຫງວຽນທິກ່ຽວຫວຽນ, ຜູ້ອຳນວຍການອົງການຄວາມໂປ່ງໃສສາກົນປະຈຳ ຫວຽດນາມ ຖືວ່າ:
“ໄລຍະມໍ່ໆມານີ້, ບົດບາດຂອງວິສາຫະກິດໃນການຊຸກຍູ້ຄວາມຊັດຊື່ບໍລິສຸດພວມໄດ້ຮັບການເພີ່ມທະວີທັງດ້ານພຶດຕິກຳຕົວຈິງ ກໍ່ຄືດ້ານນິຕິທຳ. ດັ່ງນັ້ນ, ການກະທຳລວມໝູ່ນັ້ນແມ່ນສຳພັດກັບບັນດາວິສາຫະກິດໃນຂະແໜງດຽວ ຫຼື ກັບບັນດານັກປະມູນສະໜອງ ຫຼື ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງເພື່ອຈາກນັ້ນຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກທີ່ມຸ່ງໄປເຖິງການຫລຸດຜ່ອນ ຫຼື ລົບລ້າງການສໍ້ລາດບັງຫຼວງ.”