ຊຸກຍູ້ການຮ່ວມມື ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດຝລັ່ງ

ຊຸກຍູ້ການຮ່ວມມື ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດຝລັ່ງ - ảnh 1
(ທ່ານ ໂຕ​ຮຸຍ​ເຣື໋ອ, ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງເຮັດ​ວຽກ​ຢູ່​ຝລັ່ງ)

(vovworld) - ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງຫວຽດນາມ ນຳ​ໜ້າ, ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ ຕາມ​ຄຳ​ເຊີນ​ຂອ​ງການ​ນຳ​ພັກ​ກອມ​ມູນິດ​ຝລັ່ງ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Pierre Laurent, ​ເລຂາປະ​ເທດ​ພັກ​ກອມ​ມູນິດ​ຝລັ່ງ ​ໃນ​ວັນ​ທີ 26 ຕຸລາ, ທ່ານ ໂຕ​ຮຸຍ​ເຣື໋ອ, ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ ​ໄດ້​ແຈ້ງ​ໃຫ້​ກັນຊາບສະພາບການຂອງ​ຫວຽດນາມ, ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ​ແລກປ່ຽນ​ກັບ​ຄະນະ​ການ​ນຳ​ພັກ​ກອມ​ມູນິດ​ຝລັ່ງ ກ່ຽວ​ກັບ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ ໂຕ​ຮຸຍ​ເຣື໋ອ, ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ ​ໃຫ້​ຮູ້​ວ່າ.

        “ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບບັບດາ​ປະ​ເທດ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ເປີດ​ກວ້າງ. ພວກ​ຂ້າພະ​ເຈົ້າ​ເຫັນ​​ໄດ້ບັນດາ​ສັນຍານທີ່​ຕັ້ງໜ້າ​​ໃນ​ປີ 2013. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ ​​ແຕ່ພວກ​ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​, ວິທີ​ປະຕິບັດ​ຢ່າງ​ຖືກຕ້ອງ. ບັນດາ​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​​ການ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ສະ​ດີ​ລະຫວ່າງ 2 ພັກ​ພວກ​ເຮົາ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ມີ​ປະ​ໂຫຍ​ດ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ການ​ພົວພັນ​ລະຫວ່າງ 2 ພັກ​ພວກ​ເຮົາ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ບັນດາ​ຂົງ​ເຂດເຄື່ອນ​ໄຫວ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອນ​ການ​ໃໝ່​ເຕີ່ມອີກ”.

        ສ່ວນ​ທ່ານ Pierre Laurent, ​ເລຂາ​ພັກ​ກອມ​ມູນິດ​ຝລັ່ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ພັກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ