ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງ ກວາງຈີ້ ແລະ ສາລາວັນ
ພິທີເປີດສະຫຼອງຫຼັກໝາຍເລກທີ 638
(ພາບ: Hồ Cầu/TTXVN)
(vovworld) – ວັນທີ 7/4, ຢູ່ແຂວງ ກວາງຈີ້ ໄດ້ດຳເນີນການເຈລະຈາຂັ້ນສູງລະຫວ່າງການນຳແຂວງ ກວາງຈີ້ (ຫວຽດນາມ) ແລະ ສາລາວັນ (ລາວ), ເພື່ອແນໃສ່ຕີລາຄາໝາກຜົນຂອງການປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2011 – 2013. ຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວາງຈີ້ ແລະ ສາລາວັນ ລົງນາມເມື່ອປີ 2011 ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາອົງການ, ຄະນະ, ຂະແໜງການ, ທ້ອງຖີ່ນຂອງ 2 ຝ່າຍສົ່ງເສີມບັນດາການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກດ້ານຄື: ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ... ຜ່ານວິວັດການປະຕິບັດຂໍ້ຕົກລົງຮ່ວມມືນັ້ນ ໄດ້ບັນລຸໝາກຜົນດີຫຼາຍຢ່າງຄື: ປະຕິບັດການແຮກສ່ຽວ 9/9 ຄູ່ບ້ານຢູ່ເຂດຊາຍແດນ ກວາງຈີ້ - ສາລາວັນ ສຳເລັດຜົນ, ປັກຫຼັກໝາຍຊາຍແດນໃນພື້ນທີ່ຕົວຈິງສຳເລດ 31/33 ຫຼັກ. ເມື່ອສິ້ນສຸດການເຈລະຈາ, 2 ຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະ 2014 – 2016 ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ - ການສຶກສາ. ຕາມນັ້ນແລ້ວ, ການນຳ 2 ແຂວງ ຢືນຢັນສືບຕໍ່ເພີ່ມທະວີການຮ່ວມມື, ປັບປຸງ ແລະ ພັດທະນາສາຍພົວພັນອັນດີງາມໃນທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ.