ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳລະຫວ່າງຫວຽດນາມ - ອີຢິບ
(VOVWORLD) -ທີ່ສະໄໝປະຊຸມນີ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນແລະ ສາກົນທີ່ໄດ້ສົ່ງຜົນສະທ້ອນ ເຖິງການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດ
ສະໄໝປະຊຸມຄັ້ງທີ 2 ອະນຸກຳມະການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳຫວຽດນາມ - ອີຢິບ
(ພາບ: congthuong.vn)
|
ສະໄໝປະຊຸມຄັ້ງທີ 2 ອະນຸກຳມະການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳຫວຽດນາມ - ອີຢິບ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ກາວກວດຮຶງ ແລະ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າອີຢິບ Ibrahim El-Seginy ເປັນປະທານ ໄດ້ດຳເນີນໃນວັນທີ 18 ສິງຫາ ທາງອອນລາຍ, ເພື່ອແນໃສ່ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານການຄ້າ, ອຸດສາຫະກຳລະຫວ່າງ 2 ປະເທດ.
ທີ່ສະໄໝປະຊຸມນີ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນແລະ ສາກົນທີ່ໄດ້ສົ່ງຜົນສະທ້ອນ ເຖິງການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດ; ປຶກສາຫາລື ແລະ ເປັນເອກະພາບບາງມາດຕະການລະອຽດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນການເຄື່ອນໄຫວສົ່ງອອກນຳເຂົ້າຂອງບັນດາວິສາຫະກິດ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາກາລະໂອກາດຮ່ວມມື ໃນບາງຂົງເຂດການຄ້າ, ອຸດສາຫະກຳ; ການກຳນົດທິດຈຳນວນໜຶ່ງ ແລະ ມາດຕະການເພີ່ມທະວີການເຊື່ອມຕໍ່ເສດຖະກິດລະຫວ່າງ 2 ປະເທດກວ່າອີກ ແລະ ແກ້ໄຂບັນດາຜົນກະທົບຈາກໂລກລະບາດໂຄວິດ-19…