ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ມຽນມາ
ທ່ານພົນເອກ ໂງຊວນລິກ ຕ້ອນຮັບຈອມພົນ Min Aung Hlaing
(ພາບ: TTXVN)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງມຽນມາ ໂດຍຈອມພົນ Min Aung Hlaing, ຜູ້ບັນຊາການໃຫຍ່ການບັນດາກຳລັງປະກອບອາວຸດມຽນມາ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 05 – 08/03.
ຕອນບ່າຍວັນມທີ 06/03, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ຈອມພົນ Min Aung Hlaing. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ຍາມໃດ ມຽນມາ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ໄດ້ຮັບບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານປະທານປະເທດ ສະເໜີໃນໄລຍະຈະມາເຖິງ, ການນຳກອງທັບ 2 ປະເທດຕັ້ງໜ້າຊີ້ນຳບັນດາອົງການທີ່ມີໜ້າທີ່ 2 ຝ່າຍຄົ້ນຄວ້າ ຍົກອອກບັນດາຮູບແບບ ແລະ ມາດຕະການເປັນໄປໄດ້ ເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຕົກລົງກັນແລ້ວຢ່າງຮອບດ້ານ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ລັດ, ລັດຖະບານຫວຽດນາມ ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທັບ 2 ປະເທດຮ່ວມມືນັບມືນັບດີກວ່າ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດອຸດົມສົມບຸນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 06/03, ຢູ່ຮ່າໂນ້ຍ, ພົນເອກ ໂງຊວນລິກ ໄດ້ມີການເຈລະຈາກັບຈອມພົນ Min Aung Hlaing. ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນການຮ່ວມມືດ້ານປ້ອງກັນຊາດໃນຊຸມປີຜ່ານມາ, ອັນໄດ້ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ ແລະ ແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນລະຫວ່າງ 2 ປະເທດ. ປີ 2017 ແລະ ໃນຊຸມປີຕໍ່ໆໄປ, 2 ຝ່າຍເປັນເອກະພາບນຳກັນສືບຕໍ່ເພີ່ມທະວີການພົວພັນຢ່າງຮອບດ້ານ, ນຳການຮ່ວມມືກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. 2 ຝ່າຍຕັ້ງໜ້າທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.