ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມແລະນິວຊີແລນ

ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມແລະນິວຊີແລນ - ảnh 1

ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​
ກັນ​ປະ​ເທດ ຫວຽດນາມ ຕ້ອນຮັບ​ທ່ານພົນ​ຕີ Tim Keating ​​
(ພາບ: trongduc/TTXVN)

(vovworld) - ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະ​ເທດ ນິວຊີ​ແລນ ​ໂດຍ​ທ່ານພົນ​ຕີ Tim Keating ຜູ້​ບັນຊາ​ກຳລັງ​ປ້ອງ​ກັນ​ຊາດ ນຳ​ໜ້າ ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 15 – 20/8/2015. ຕອນ​ເຊົ້າ​ວັນ​ທີ 17/8 ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານພົນ​ຕີ Tim Keating ​​ເມື່ອເຂົ້າ​ຢ້ຽມ​ຂ່ຳ​ນັບ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ດ້ານ​ປ້ອງ​ກັນ     ຊາ​ດ​ລະຫວ່າງ 2 ປະ​ເທດບັນ​ລຸ​ໄດ້ບັນດາ​ໝາກຜົນ​ຢ່າງ​ຕັ້ງໜ້າ. ພິ​ເສດ​ແມ່ນ 2 ຝ່າ​ຍ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ການຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຂອງ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະ​ເທດ ນິວຊີ​ແລນ ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຂອງ 2 ປະ​ເທດ ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.


ຂ່າວ/ບົດ​ອື່ນ