ຊ​ຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ລັດ​ເຊຍ

(VOVWORLD) -ວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ຊ​ຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ລັດ​ເຊຍ - ảnh 1ທ່ານພົນເອກໂງຊວັນລິກພ້ອມກັບຜູ້ແທນລົງຢ້ຽມຊົມຫ້ອງທົດລອງ (ພາບ: TTXVN) 

ນະທີ່ນີ້, ທ່ານພົນເອກໂງຊວັນລິກ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍບັນລຸໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງຢັ້ງຢືນວ່າ ບັນດາໝາກຜົນນີ້ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກໂງຊວັນລິກ ໄດ້ສະເໜີວ່າ:

        ລັດຖະບານສະຫະພັນລັດເຊຍຄວນເອົາໃຈໃສ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມມືລັດເຊຍໃຫ້ມີການເຂົ້າຮ່ວມຢ່າງແຮງກ່ວາອີກ, ຊຸກຍູ້ບັນດາການເຄື່ອນໄຫວເຕັກໂນໂລຢີໃນຂອບເຂດສູນເຂດຮ້ອນຫວຽດນາມ - ລັດເຊຍ. ພ້ອມທັງຫວັງວ່າບັນດານັກຊ່ຽວຊານລັດເຊຍຈະສືບຕໍ່ປະສານສົມທົບກັບບັນດາເພື່ອນຮ່ວມງານຫວຽດນາມຢ່າງແໜ້ນແຟ້ນໃນການສ້າງຕັ້ງບັນດາໂຄງການວິທະຍາສາດເຕັກໂນໂລຢີໃຫ້ບັນລຸໄດ້ປະສິດທິຜົນສູງສຸດ ປະກອບສ່ວນເພື່ອໃຫ້ສູນເຂດຮ້ອນຫວຽດນາມ - ລັດເຊຍນັບມື້ນັບພັດທະນາຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ