ຊຸກຍູ້​ການ​ຮ່ວມ​ມື​ດໍາ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ລະຫວ່່າງ ຫວຽດນາມ - ອິດສະຣາ​ແອັນ

(VOVWORLD) -ວັນທີ 29 ມິຖຸນາ, ຢູ່ນະຄອນ Tel Aviv, ອົງການການຄ້າ ແລະ ສະຖານທູດຫວຽດນາມ ປະຈໍາ ອິດສະຣາແອັນ ໄດ້ສົມທົບກັບສະຖາບັນສົ່ງອອກ ອິດສະຣາແອັນ ຈັດຕ້ັງກອງປະຊຸມໂຕະມົນວິສາຫະກິດດ້ວຍຫົວຂໍ້ “ບັນດາກາລະໂອກາດດໍາເນີນທຸລະກິດ ແລະ ລົງທຶນ ຢູ່ຫວຽດນາມ”. 
ຊຸກຍູ້​ການ​ຮ່ວມ​ມື​ດໍາ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ລະຫວ່່າງ ຫວຽດນາມ - ອິດສະຣາ​ແອັນ - ảnh 1ກອງປະຊຸມໂຕະມົນວິສາຫະກິດດ້ວຍຫົວຂໍ້ “ບັນດາກາລະໂອກາດດໍາເນີນທຸລະກິດ ແລະ ລົງທຶນ ຢູ່ຫວຽດນາມ” (ພາບ:  TTXVN)

        ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມໂດຍກົງຂອງຜູ້ຕາງໜ້າກະຊວງເສດຖະກິດ - ອຸດສາຫະກໍາ ອິດສະຣາແອັນ ແລະ ວິສາຫະກິດ ອິດສະຣາແອັນ ເກືອບ 30 ແຫ່ງ. ທີ່ກອງປະຊຸມ, ທ່ານ ໂດ້ມິນຫຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິດສະຣາແອັນ ໃຫ້ຮູ້ວ່າ: ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດຜົນ ແລະ ພວມຜັນຂະຫຍາຍຫຼາຍນະໂຍບາຍ ແລະ ວິທີການແກ້ໄຂໃໝ່ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ຮັບເອົາບັນດາກະແສຫັນປ່ຽນທິດການລົງທຶນ, ຜະລິດຂອງບັນດາວິສາຫະກິດຕ່າງປະເທດເຂົ້າມາຫວຽດນາມ ໃນໄລຍະຫຼັງໂຄວິດ - 19. ດ້ວຍຂອບຂະໜາດການຕະຫຼາດທີ່ກວ້າງໃຫຍ່, ຕັ້ງໜ້າເຂົ້າຮ່ວມເຄືອຂ່າຍບັນດາສັນຍາ FTA ຫຼາຍຝ່າຍ ແລະ ສອງຝ່າຍນັ້ນ, ຫວຽດນາມພວມຕັ້ງໜ້າເຈລະຈາສັນຍາການຄ້າເສລີສອງຝ່າຍ. ທ່ານເອກອັກຄະລັດຖະທູດ ໂດ້ມິນຫຸ່ງ ກໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາວິສາຫະກິດ ອິດສະຣາແອັນ ເຂົ້າມາສໍາຫຼວດຕະຫຼາດ, ຊອກຫາບັນດາກາລະໂອກາດຮ່ວມມືລົງທຶນ, ດໍາເນີນທຸລະກິດກັບບັນດາຄູ່່ຮ່ວມມືຫວຽດນາມ./. 

ຕອບກັບ

ຂ່າວ/ບົດ​ອື່ນ