່ທ່ານເລຂາທິການໃຫຍ່ Nguyen Phu Trong
ຢູ່ສະຫນາມບິນສາກົນ Jose Marti
ພາບ: Internet
|
(vovworld)- ຕອນຄ່ຳວັນທີ 8/4 ຕາມເວລາຂອງກູບາ ກົງກັບຕອນເຊົ້າວັນທີ 9/4 ຕາມເວລາ ຫວຽດນາມ, ທ່ານ Nguyen Phu Trong ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເດີນທາງໄປເຖິງນະຄອນຫລວງ ລາຮາວານ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ກູບາຢ່າງເປັນທາງການຕາມຄຳເຊື້ອເຊີນຂອງພົນເອກ Raul Castro Ruz ເລຂາທີຫນຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ກູບາ. ທີ່ສະຫນາມບິນສາກົນ Jose Marti, ທ່ານ ເລຂາທິການໃຫຍ່ Nguyen Phu Trong ໄດ້ພົບປະກັບນັກຂ່າວສອງປະເທດ ກູບາ ແລະ ຫວຽດນາມ. ທ່ານ Nguyen Phu Trong ຊີ້ແຈງວ່າ:
“ການພົວພັນລະຫວ່າງຫວຽດນາມ ແລະ ກູບາ ແມ່ນການພົວພັນສະຫນິດຕິດພັນ ບໍລິສຸດຜຸດຜ່ອງ ໂດຍຜ່ານວິວັດການຕໍ່ສູ້ປະຕິວັດຍາວນານ ແລະ ຫຍຸ້ງຍາກລຳບາກລະຫວ່າງສອງປະເທດພວກເຮົາ. ສາຍພົວພັນນີ້ໄດ້ຮັບການທົດສອບ ຫລໍ່ຫລອມຜ່ານການເວລາໃນກວ່າເຄິ່ງສັດຕະວັດຜ່ານມາ ແລະ ມາຮອດປະຈຸບັນພວມພັດທະນາຢ່າງຈົບງາມ ກາຍເປັນສັນຍາລັກຂອງຍຸກສະໄຫມ. ການຢ້ຽມຢາມຄັ້ງນີ້ຂອງຂ້າພະເຈົ້າຈະນຳມາຊຶ່ງອາລົມຈິດ, ຄວາມສາມັກຄີ, ມິດຕະພາບຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ກູບາ, ສະແດງໃຫ້ເຫັນຄວາມສາມັກຄີ, ການສະຫນັບສະຫນູນຢ່າງແຂງແຮງທີ່ມີຕໍ່ພາລະກິດເປັນທຳຂອງປະຊາຊົນ ກູບາ ພາຍໃຕ້ການນຳພາຂອງພັກກອມມູນິດ ກູບາ ໃນພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາສິດເອກະລາດຊົນຊາດ, ຮັກສາໝາກຜົນແຫ່ງການປະຕິວັດຢ່າງໝັ້ນຄົງ ແລະ ສ້າງສາພັດທະນາປະເທດ ກູບາ ຕາມເສັ້ນທາງສັງຄົມນິຍົມ.”
ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ຮູ້ວ່າ:ໃນການຢ້ຽມຢາມຄັ້ງນີ້ ການນຳຂັ້ນສູງສອງປະເທດຈະສືບຕໍ່ປຶກສາຫາລື, ເປັນເອກະພາບບັນດາມາດຕະການ ເພື່ອຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອຮອບດ້ານລະຫວ່າງ ຫວຽດນາມ ແລະ ກູບາ ກວ່າອີກ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະໃຫມ່. ແລະ ກໍໃນວັນທີ 9/4, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໄປວາງພວງມາລາຢູ່ ອະນຸສາວາລີ ປະທານ ໂຮ່ຈີມີນ ຢູ່ ສວນສາທາລະນະ ໂຮ່ຈີມີນ, ວາງພວງມາລາຢູ່ ອະນຸສາວາລີ Jose Marti, ຢ້ຽມຢາມ ແລະ ໂອ້ລົມຢູ່ໂຮງຮຽນພັກຂັ້ນສູງ Niko Lopez.