(vovworld) - ທ່ີການຕ້ອນຮັບທ່ານຮອງປະທານາທິບໍດີ ສ.Uruguay ຕາເວັນອອກ Danilo Astori ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທານການ. ຕອນຄໍ່າວັນທີ 7/11, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ Le Hoang Quan ໄດ້ສະແດງຄວາມຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້ຂອງທ່ານຮອງປະທານາທິບໍດີ Uruguay ຕາເວັນອອກຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນກວ່າອີກ ລະຫວ່າງ Uruguay ຕາເວັນອອກ ນະຄອນໂຮ່ຈິມິນເວົ້າສະເພາະ ແລະ ຫວຽດນາມ ກັບ Uruguay ຕາເວັນອອກເວົ້າລວມ. ທ່ານ Le Hoang Quan ຢືນຢັນວ່າ ນະຄອນໂຮ່ຈິມິນ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອເຂົ້າຮ່ວມການຊຸກຍູ້ການພົວພັນໃນທຸກຂົງເຂດລະຫວ່າງສອງປະເທດ. ແລະກໍໃນວັນດຽວກັນ, ທ່ານຮອງປະທານາທິບໍດີ ສ.Uruguay ຕາເວັນອອກ Danilo Astori ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມສຳມະນາ “ກາລະໂອກາດດຳເນີນທຸລະກິດຫວຽດນາມ - Uruguay”.