ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ ຫວຽດນາມ ແລະ ອິນເດຍ

(VOVWORLD) -ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງ ກັນ ແລະ ກັນຢູ່ເວທີປາໄສພາກພື້ນ ແລະ ສາກົນ.
ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ ຫວຽດນາມ ແລະ ອິນເດຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານຮອງປະທານາທິບໍດີ ທັງເປັນປະທານສະພາສູງ ອິນເດຍ Venkaiah Naidu)

ວັນທີ 17 ທັນວາ, ທີ່ການພົບປະກັບທ່ານຮອງປະທານາທິບໍດີ ທັງເປັນປະທານສະພາສູງ ອິນເດຍ Venkaiah Naidu, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານາທິບໍດີ ທັງເປັນປະທານສະພາສູງ ອິນເດຍ Venkaiah Naidu ໄດ້ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງອົງການນິຕິບັນຍັດຂອງ 2 ຝ່າຍໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ, ຂັ້ນລັດ, ລັດຖະບານ, ສະພາແຫ່ງຊາດ, ພັກ, ທ້ອງຖິ່ນທຸກຂັ້ນ ແລະ ການພົວພັນແລກປ່ຽນສະມາຊິກລັດຖະພາ ແລະ ປະຊາຊົນ. 2 ຝ່າຍກໍ່ເຫັນດີຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022. ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງ ກັນ ແລະ ກັນຢູ່ເວທີປາໄສພາກພື້ນ ແລະ ສາກົນ. 2 ຝ່າຍຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ