ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ San Marino

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ San Marino - ảnh 1
ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ
(ພາບປະກອບ)


(vovworld) – ວັນ​ທີ 18/10, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສ.San Marino, ​ໂດຍ​ທ່ານ​ນາງ Antonella Mularoni, ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ແລະ ຮ່ວມ​ມື​ສາກົນ San Marino ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮ່ວາງ​ກວນ ​ເຊື່ອໝັ້ນ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທ່ານ​ນາງ Antonella Mularoni ຈະ​ຊອກ​ຮູ້, ​ແນະນຳ​ໃຫ້​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ San Marino ມາ​ຫວຽດນາມ ​ເວົ້າ​ລວ​ມ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ​ເພື່ອ​ຮ່ວມ​ມື, ລົງທຶນ. ນະຄອນ​​ໂຮ່ຈິ​ມິນ ຈະ​ສ້າງ​​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ San Marino ​ເມື່ອ​ມາຮ່ວມ​ມື, ​ລົງທຶນບັນດາ​ໂຄງການ​ຢູ່​ທີ່​ນີ້.

      ສ່ວນ​ທ່ານ​ນາງ Antonella Mularoni ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ​ຄື: ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສິ່ງ​ແວດ​ລ້ອມ… ​ເຂົ້າ​ສູ່​ລວງ​ເລິກ.

ຂ່າວ/ບົດ​ອື່ນ