ທ່ານເລຂາທິການໃຫຍ່ສູນ ອາຊຽນ - ສ. ເກົາຫຼີ Kim Young – sun
(ພາບ: aseankorea.org)
|
(vovworld) – ມານະພະຍາຍາມກໍ່ສ້າງເຄືອຂ່າຍຢ່າງກ້ວາງຂວາງເພື່ອເຊື່ອມຕໍ່ບັນດາປະເທດໃນຫຼາຍຂົງເຂດແມ່ນຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ສູນ ອາຊຽນ - ສ. ເກົາຫຼີ Kim Young – sun ທີ່ຍົກອອກມາໃນພິທີຮັບດຳລົງຕຳແໜ່ງຢູ່ນະຄອນຫຼວງ ເຊີອູນ ເມື່ອວັນທີ 4/5. ເມື່ອເຕື້ອງເຖິງເລື່ອງສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີນີ້, ທ່ານເລຂາທິການໃຫຍ່ Kim Young –sun ໄດ້ຕີລາຄາສູງແນວຄິດກ່ຽວກັບ ອາຊຽນ ເຄື່ອນໄຫວດ້ວຍຖານະເປັນຕະຫຼາດໜຶ່ງ ແລະ ບ່ອນຜະລິດ, ຖືວ່າຂໍ້ລິເລີ່ມນີ້ຈະນຳມາເຊິ່ງບັນດາກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ ສ. ເກົາຫຼີ. ດ້ວຍຍອດຈຳນວນພົນລະເມືອງກ່ວາ 600 ລ້ານຄົນ ແລະ ປະລິມານການຜະລິດເສດຖະກິດມີມູນຄ່າປະມານ 2.400 ຕື້ USD, ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ສ. ເກົາຫຼີ.