ຊຸກຍູ້ການຮ່ວມມືຮອບດ້ານແລວເສດຖະກິດ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງ(ຫວຽດນາມ) ແລະ ຢຸນໜານ (ປະເທດຈີນ)

(VOVWORLD) - ສືບຕໍ່ຊຸກຍູ້ການພົວພັນແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຂະແໜງ ແລະ ວິສາຫະກິດ; ເພີ່ມທະວີການເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ບັນດາງານບຸນທີ່ເປັນມູນເຊື້ອ
ຊຸກຍູ້ການຮ່ວມມືຮອບດ້ານແລວເສດຖະກິດ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງ(ຫວຽດນາມ) ແລະ ຢຸນໜານ (ປະເທດຈີນ) - ảnh 1 ກອງປະຊຸມຈັດຕັ້ງຢູ່ ຫາຍຟ່ອງ

ຕອນບ່າຍວັນທີ 22 ພະຈິກ, ຢູ່ນະຄອນ ຫາຍຟ່ອງ, ກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ປະເທດຈີນ) ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາ”. ທີ່ກອງປະຊຸມ, ຝ່າຍຕ່າງໆໄດ້ປຶກສາຫາລື ແລະ ເປັນເອກະພາບບາງເນື້ອໃນການຮ່ວມມືໃນໄລຍະຈະມາເຖິງຄື: ສືບຕໍ່ຊຸກຍູ້ການພົວພັນແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຂະແໜງ ແລະ ວິສາຫະກິດ; ເພີ່ມທະວີການເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ບັນດາງານບຸນທີ່ເປັນມູນເຊື້ອ; ສຸມໃສ່ຜັນຂະຫຍາຍລົງທຶນລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ ເຊື່ອມຕໍ່ກັບບັນດາທ່າກ່ຳປັ່ນສາກົນ ຫາຍຟ່ອງ. ຝ່າຍຕ່າງໆຈະມານະພະຍາຍາມປະຕິບັດການຮ່ວມມືຂົນສົ່ງຜູ້ໂດຍສານ, ສິນຄ້າໂດຍກົງຈາກ ຄຸນໝິງ ເຖິງ ຫາຍຟ່ອງ; ພ້ອມກັນນັ້ນ, ສະເໜີໃຫ້ລັດຖະບານ 2 ປະເທດອະນຸຍາດໃຫ້ຄົ້ນຄ້ວາຊຸກຍູ້ເປີດເສັ້ນທາງຂົນສົ່ງຜູ້ໂດຍສານ, ສິນຄ້າທາງບົກສາກົນ ແລະ ການບິນໂດຍໄວ.

        ທີ່ກອງປະຊຸມ, ບັນດາທ້ອງຖິ່ນ, ອົງການ, ວິສາຫະກິດຂອງ 5 ແຂວງ, ນະຄອນ ໄດ້ລົງນາມໃນເອກະສານຮ່ວມມືກ່ຽວກັບຂົງເຂດການເງິນ ເງິນຕາ, ການຄ້າເອເລັກໂຕນິກ ແລະ ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ