ຊຸກຍູ້ການຮ່ວມມືໃນຂົງເຂດສິ່ງແວດລ້ອມລະຫວ່າງນະຄອນໂຮ່ຈິມິນແລະຍີ່ປຸ່ນ

ຊຸກຍູ້ການຮ່ວມມືໃນຂົງເຂດສິ່ງແວດລ້ອມລະຫວ່າງນະຄອນໂຮ່ຈິມິນແລະຍີ່ປຸ່ນ - ảnh 1
ທ່ານ ເລ​ແທງ​ລຽມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ
​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ
(ພາບ​ປະ​ກອບ: hcmcpv.org.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 15/12, ທ່ານ ເລ​ແທງ​ລຽມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Shigemoto Kajihara, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວ​ດ​ລ້ອມ​ຍີ່​ປຸ​່ນ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ຢູ່​ທີ່ນີ້, ທ່ານ ເລ​ແທງ​ລຽມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຝ່າຍ​ຍີ່​ປຸ່ນ, ໃນ​ນັ້ນ​ມີ​ກະ​ຊວງ​ສິ່ງ​ແວ​ດ​ລ້ອມ​ຍີ່​ປຸ​່ນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຜ່ານ​ບັນ​ດາ​ຮູບ​​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ໜູນ​ຊ່ວຍ​ແຫຼ່ງ​ທຶນ ແລະ ບຳ​ລ​ຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ສິ່ງ​ແວ​ດ​ລ້ອມ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຍົກ​ສູງ​ລັກ​ສະ​ນະ​ແກ່ງ​ແຍ້ງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ນະ​ຄອນ.

        ສ່ວນ​ທ່ານ Shigemoto Kajihara ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນະ​ຄອນ​ໂຮ່​ຈິ​ມິນ ແລະ ຍີ່​ປ​ຸ່ນ ຈະ​ຍູ້​ແຮງ​ການ​ແລກ​ປ່ຽນ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂ​ົງ​ເຂດ​ສິ່ງ​ແວດ​ລ້ອມກວ່າ​ອີກ.

ຂ່າວ/ບົດ​ອື່ນ