ຊຸກຍູ້ການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ໄປຍັງ ຕາເວັນອອກກາງ- ອາຟຣີກາ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າພາກພື້ນ ຕາເວັນອອກກາງ ແລະ ອາຟຣີກາ ລວມມີ 70 ປະເທດ ດ້ວຍພົນລະເມືອງກ່ວາ 1,6 ຕື້ຄົນນັ້ນ, ມີຄວາມຕ້ອງການອັນໃຫຍ່ຫຼວງກ່ຽວກັບການນຳເຂົ້າສິນຄ້າ
ຊຸກຍູ້ການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ໄປຍັງ ຕາເວັນອອກກາງ- ອາຟຣີກາ - ảnh 1 ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 5 ກໍລະກົດ

ວັນທີ 5 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການທູດກັບການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ ໄປຍັງຕາເວັນອອກກາງ - ອາຟຣີກາ” ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າສະຖານກົງສູນກິຕິມະສັກ, ບາງຜູ້ຕາງໜ້າສະຖານທູດບັນດາປະເທດຂຶ້ນກັບພາກພື້ນ ຕາເວັນອອກກາງ - ອາຟຣີກາ ປະຈຳ ຫວຽດນາມ, ຜູ້ຕາງໜ້າບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າພາກພື້ນ ຕາເວັນອອກກາງ ແລະ ອາຟຣີກາ ລວມມີ 70 ປະເທດ ດ້ວຍພົນລະເມືອງກ່ວາ 1,6 ຕື້ຄົນນັ້ນ, ມີຄວາມຕ້ອງການອັນໃຫຍ່ຫຼວງກ່ຽວກັບການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳຍ້ອນເງື່ອນໄຂທຳມະຊາດຮ້າຍແຮງ, ບໍ່ມີເງື່ອນໄຂລ້ຽງປູກກະສິກຳ, ສິນໃນນ້ຳ ຢ່າງພຽງພໍເພື່ອສາມາດຕອບສະໜອງຄວາມຕ້ອງການພາຍໃນປະເທດ. ນີ້ໄດ້ຮັບຖືວ່າແມ່ນຕະຫຼາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດສົ່ງອອກຂອງ ຫວຽດນາມ.

        ຕາມທ່ານ ໂດ໋ກວກຮືງ, ຮອງຫົວໜ້າກົມການຕະຫຼາດ ອາຊີ - ອາຟຣີກາ ແລ້ວ, ໃນບັນດາປະເພດສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ຕາເວັນອອກກາງ - ອາຟຣີກາ, ເຂົ້າສານແມ່ນປະເພດສິນຄ້າສົ່ງອອກມາຫຼາຍປີແລ້ວ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ສືບຕໍ່ແມ່ນສິນຄ້າສົ່ງອອກຕົ້ນຕໍໃນໄລຍະຈະມາເຖິງ. ເລື່ອງສຳຜັດກັບຕະຫຼາດ ຕາເວັນອອກກາງ - ອາຟຣີກາ ແມ່ນມາດຕະການທີີ່ດີໃຫ້ແກ່ການຊອກຫາບັນດາຕະຫຼາດໃໝ່ໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ, ຫຼີກລ້ຽງການອີງໃສ່ບັນດາຕະຫຼາດທີ່ເປັນມູນເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ