ຊຸກຍູ້ຄວາມຊື່ສັດບໍລິສຸດໃນການດຳເນີນທຸລະກິດ

(VOVWORLD) -ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ຄວາມຕ້ອງການໃຫ້ແກ່ການລົງທຶນພື້ນຖານໂຄງລ່າງຢູ່ຫຼາຍປະເທດໃນພາກພື້ນອາຊີ - ປາຊີຟິກ ຜ່ານບັນດາໂຄງການທີ່ມີຂອບຂະໜາດໃຫຍ່ນັບມື້ນັບຫຼາຍຂຶ້ນໃນຊຸມປີມໍ່ໆມານີ້

ຊຸກຍູ້ຄວາມຊື່ສັດບໍລິສຸດໃນການດຳເນີນທຸລະກິດ - ảnh 1 ທ່ານ ເຈິ່ນງອັກລຽມ, ຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ

(ພາບ: NH)

ຕອນເຊົ້າວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 10 ຂອງຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງພາກພື້ນອາຊີ - ປາຊີຟິກ ໂດຍທະນາຄານພັດທະນາອາຊີ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ ປຸກລະດົມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ຄວາມຕ້ອງການໃຫ້ແກ່ການລົງທຶນພື້ນຖານໂຄງລ່າງຢູ່ຫຼາຍປະເທດໃນພາກພື້ນອາຊີ - ປາຊີຟິກ ຜ່ານບັນດາໂຄງການທີ່ມີຂອບຂະໜາດໃຫຍ່ນັບມື້ນັບຫຼາຍຂຶ້ນໃນຊຸມປີມໍ່ໆມານີ້ ເຮັດໃຫ້ໄພສໍ້ລາດບັງຫຼວງຖືກເພີ່ມຂຶ້ນ. ທ່ານ ເຈິ່ນງອັກລຽມ, ຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ, ໃຫ້ຮູ້ວ່າ.

        “ກອງປະຊຸມຄັ້ງທຳອິດໃນຂອບເຂດຂໍ້ລິເລີ່ມກ່ຽວກັບການຊຸກຍູ້ຄວາມຊື່ສັດບໍລິສຸດໃນການດຳເນີນທຸລະກິດຂອງພວກເຮົາໃນມື້ນີ້ ໄດ້ຮັບຄວາມຫວັງວ່າແມ່ນກາລະໂອກາດທີ່ລ້ຳຄ່າເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງພ້ອມກັນແປງປັນແງ່ມູມຂອງວິສາຫະກິດກ່ຽວກັບສະພາບຕົວຈິງຂອງການສໍ້ລາດບັງຫຼວງໃນບັນດາໂຄງການພື້ນຖານໂຄງລ່າງ, ສາຍເຫດ, ບັນດາຄວາມມານະພະຍາຍາມໃນການປະຕິບັດ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນດາບົດຮຽນຕົວຈິງ, ຈາກນັ້ນຊອກຫາບັນດາມາດຕະການແກ້ໄຂຢ່າງຄົບຊຸດ ແລະ ຮອບດ້ານເພື່ອເພີ່ມທະວີຄວາມຊື່ສັດບໍລິສຸດໃນບັນດາໂຄງການພື້ນຖານໂຄງລ່າງຢູ່ພາກພື້ນອາຊີ - ປາຊີຟິກ ເວົ້າສະເພາະ ແລະ ໃນການເຄື່ອນໄຫວດຳເນີນທຸລະກິດເວົ້າລວມ.”

ຕອບກັບ

ຂ່າວ/ບົດ​ອື່ນ