ຊຸກຍູ້ງານພົບປະແລກປ່ຽນ,ຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ -ຈີນ

ຊຸກຍູ້ງານພົບປະແລກປ່ຽນ,ຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ -ຈີນ - ảnh 1
( ທ່ານ ຫງວຽນ​ທ້ຽນເຍີນ ຕ້ອນ​ຮັບ​​ການ ທ່ານ ຫຼານແທນຫຼີ້ )

(vovworld) - ຕອນ​ບ່າຍ​ວັນ​ທີ 20/7, ທີ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນເຍີນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດ​ນາມ ຕ້ອນ​ຮັບ​​ການ ທ່ານ ຫຼານແທນຫຼີ້ ຮອງ​ປະ​ທານ​ເຂດປົກຄອງດ້ວຍຕົນເອງ​ເ​ຜົ່າ​ຈ​ວາງ ແຂວງ ກວາງ​ຊີ, ຈີນ, ພວມ​ມີ​ການ​ຢ້ຽມ​ຢ​າມ​ຢູ່​ຫວຽດ​ນາມ ໃນ​ການ​ຕ້ອນ​ຮັບ ທ່ານ ຫງວຽນ​ທ້ຽນ​ເຍີນ ຢື່ນ​ຢັນ​ວ່າ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານບ້ານໃກ້ເຮືອນຄຽງມິດ​ຕະ​ພາບ, ການຮ່ວມ​ມື​ຮອບ​ດ້ານ ກັບ​ພັກ, ລັດ​ຖະ​ບານ ແ​ລະ ປະ​ຊາ​ຊົນ​ຈີນ. ນີ້​ແມ່ນ​ແຜນ​ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ແມ່ນ ໝຶ່ງໃນບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ ໃນ​ນະ​ໂຍ​ບາຍ​​ການ​​ຕ່າງ​ປະ​ເທດຂອງ​ຫວຽດ​ນາມ. ການ​ນຳ​​ຫວຽດ​ນາມຍາມ​ໃດກໍ່​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ​ງານພົບປະແລກປ່ຽນ​ມິດ​ຕະ​ພາບ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ລະ​ຫວ່າງ​ບັນ​ດາ​​ທ້ອງ​ຖິ່ນຂອງ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາທ້ອງ​ຖິ່ນ​​ມີ​ເສັ້ນ​ຊາຍ​ແດນຮ່ວມ, ໃນ​ນັ້ນມີ ແຂວງ ກວາງ​ຊີ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫລາຍ​ຢ່າງ, ​ສະນັ້ນ ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ຍົກ​ລະ​ດັບ​ບັນ​ດາ​ດ່ານ​ຊາຍ​ແດນ, ຊຸກ​ຍູ້​ດ້ານ​ການ​ຄ້າ, ພັດ​ທະ​ນາ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ​ສະ​ບຽງອາ​ຫານ, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ແຂວງ ກວາງ​ຊີ ກັບ​ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ.

ສ່ວນ​ທ່ານ​ຮອງ​ປະ​ທານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້​ວາງ ​ຫລານ​ແທ​ນ​ຫລີ ໃຫ້​ຮູ້​ວ່າ​: ອຳ​ນາດ​ການ​ປົກ​ຄອງ ແຂວງ ກວາງ​ຊີ ປາດ​ຖະ​ຫນາ​ວ່າ ຜ່ານ​ການ​ສຶກ​ສາ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຂອງ​ຫວຽດ​ນາມ ແລະ ກວາງ​ຊີ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ສອງ​ຊາດ ຫວຽດ​ນາມ - ຈີນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ດ້ວຍ​ທີ່​ຕັ້ງ​ແມ່ນ​ຕິດ​​ກັບ ຫວຽດ​ນາມ ກວາງ​ຊີ ກໍ​ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ແຂວງ ຊາຍ​ແດນ​ຫວຽດ​ນາມ​ໃນ​ຫລາຍ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ສຶກ​ສາ… ກວ່າ​ອີກ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ