ຊຸກຍູ້ນໍ້າໃຈມິດຕະພາບ ແລະ ການພົວພັນຮ່ວມມື ອາຊີ-ອາຟຼິກາ

(VOVWORLD) -ວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມີນ ສົມທົບກັບບັນດາສະຖານທູດ ປະຈຳ ຫວຽດນາມ ປະກອບມີ: ສາທາລະນະລັດ ເວເນຊູເອລາ, ອິນເດຍ, ສີລັງກາ, ອິນໂດເນເຊຍ, ມາເລເຊຍ, ຈັດຕັ້ງກອງປະຊຸມ “64 ປີ ແຫ່ງກອງປະຊຸມ Bandung”.

ກອງປະຊຸມສຳມະນາແມ່ນກາລະໂອການເພື່ອເພີ່ມທະວີ, ຊຸກຍູ້ນໍ້າໃຈມິດຕະພາບ, ການພົວພັນຮ່ວມມື ອາຊີ-ອາຟຼິກາ, ການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ, ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານສ້າງສັນຕິພາບ, ວັດທະນະຖາວອນ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂຕແອງຢຸ໊ງ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການພົວພັນນີ້ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນບັນດາຂົງເຂດການເມືອງເສດຖະກິດ-ການຄ້າ, ວັດທະນະທຳ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມາດຕະຖານລວມ ຂອງພາກພື້ນ ແລະ ສາກົນ.

        “ຫວຽດນາມພວມອອກສະໝັກເຂົ້າເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ ອາຍຸການ 2020-2021; ເພີ່ມທະວີການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ຕັ້ງໜ້າຜັນຂະຫຍາຍການປະຕິບັດແຜນການດຳເນີນງານ 2030 ກ່ຽວກັບການພັດທະນາແປປຍືນຍົງ ແລະ ຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງແຮງຂອງຫວຽດນາມເຂົ້າໃນວິວັດທະນາການເຊື່ອມໂຍງສາກົນ; ມານະພະຍາຍາມສ້າງປະຊາຄົມອາຊຽນ ດ້ວຍສາມເສົາຄໍ້າດ້ານການເມືອງ, ຄວາມໝັ້ນຄົງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ປະກອບສ່ວນນຳອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນມີຄວາມໝັ້ນຄົງ ແລະ ຮ່ວມມື”.


ຕອບກັບ

ຂ່າວ/ບົດ​ອື່ນ