ຊຸກຍູ້ບັນດາຂອບເຂດຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ ອາເມລິກາ ກັບພາກພື້ນ ແລະ ຫວຽດນາມ

(VOVWORLD) -ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃນໄລຍະຜ່ານມາ.
ຊຸກຍູ້ບັນດາຂອບເຂດຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ ອາເມລິກາ ກັບພາກພື້ນ ແລະ ຫວຽດນາມ - ảnh 1ທີ່ການພົບປະ 2 ຝ່າຍ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ)

ວັນທີ 23 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ພົບປະແລກປ່ຽນກັບທ່ານນາງ Sarah Bianchi, ຮອງຜູ້ຕາງໜ້າດ້ານການຄ້າ ອາເມລິກາ.

ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃນໄລຍະຜ່ານມາ. 2 ຝ່າຍໄດ້ແລກປ່ຽນບາງຂົງເຂດຮ່ວມມື ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈໃນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີຕໍ່ຄວາມສຳຄັນຂອງເລື່ອງຊຸກຍູ້ບັນດາຂອບເຂດການຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງ ອາເມລິກາ ກັບພາກພື້ນ ແລະ  ຫວຽດນາມ.

ທ່ານເອກອັກຄະລັດຖະທູກ ຫງວຽນກວກຢຸງ ປາດຖະໜາວ່າ 2 ຝ່າຍຈະຮັກສາການຮ່ວມມື, ເຈລະຈາໂດຍມີເຈດຕະນາດີໃນບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ. ສ່ວນທ່ານນາງ Sarah Bianchi ຊົມເຊີຍທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ມານະຄອນຫຼວງ ວໍຊິງເຕັນ, ປາດຖະໜາຢາກຈະສືບຕໍ່ເຮັດວຽກຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ