ຊຸກຍູ້ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ

(VOVWORLD) - ຕອນເຊົ້າວັນທີ 30 ກໍລະກົດ, ທີ່ນະຄອນ ດ່າຫຼາດ, ແຂວງ ເລີມດົ່ງ ໄດ້ດຳເນີນກອງປະຊຸມທົ່ວປະເທດດ້ວຍຫົວຂໍ້ທີ່ວ່າ “ຊຸກຍູ້ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ”.
ຊຸກຍູ້ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ - ảnh 1 ຊຸກຍູ້ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ

ກອງປະຊຸມໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 600 ຄົນທີ່ເປັນການນຳບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ຜູ້ຕາງໜ້າບັນດາອົງການ, ສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນດີງເຊີນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຢີຊີວະສາດປ່າດອກໄມ້ ດ່າຫລາດ ຖືວ່າ:

        “ບັນຫາດຶງດູດການລົງທຶນເຂົ້າກະສິກຳ ຕາມພວກຂ້າພະເຈົ້າເຫັນວ່າ ມີສິ່ງກີດຂວາງ ແລະ ສິ່ງຕິດຂັດຫລາຍຢ່າງ. ຕົວຢ່າງຄື ບັນຫາທຶນຮອນ, ຖ້າຫາກບໍ່ມີແຫຼ່ງທຶນກູ້ຢືມໄລຍະກາງ ແລະ ໄລຍະຍາວ ແມ່ນຍາກທີ່ຈະພັດທະນາໄດ້. ປັດຈຸບັນ ກະຊວງກະສິກຳຄຸ້ມຄອງແຫຼ່ງແນວປູກໃໝ່ຢ່າງເຄັ່ງຄັດ ເມື່ອພວກຂ້າພະເຈົ້ານຳເຂົ້າ ຫວຽດນາມ ຕ້ອງເສຍເວລາເຮັດລະບຽບການຫລາຍຢ່າງທີ່ສັບສົນ ຍາກທີ່ຈະຜະລິດອອກຜະລິດຕະພັນໃໝ່ ເພື່ອສາມາດແກ່ງແຍ້ງໃນຕະຫລາດ ແລະ ສົ່ງອອກ”.

        ກອງປະຊຸມແນໃສ່ຊອກຫາມາດຕະການໃຫ້ແກ່ການພັດທະນາກະສິກຳຢ່າງມີປະສິດທິຜົນ, ເປີດຊ່ອງທາງໃຫ້ວິສາຫະກິດພາຍໃນ ແລະ ຕ່າງປະເທດລົງທຶນຢ່າງແຮງກ່ວາອີກ ເຂົ້າໃນຂົງເຂດກະສິກຳ, ເຊິ່ງແມ່ນຂົງເຂດສະຫຼັກສຳຄັນທີ່ສຸດ ແຕ່ຍັງຂາດການລົງທຶນເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ