(vovworld) - ເພື່ອແນໃສ່ກະກຽມໃຫ້ເວທີປາໄສປະຊາຊົນ ອາຊີ - ເອີລົບ ຄັ້ງທີ 10 ຈັດຕັ້ງຢູ່ ອີຕາລີ ໃນລະຫວ່າງວັນທີ 10 – 12/10, ຕອນເຊົ້າວັນທີ 9/9, ຢູ່ ຮ່າໂນ້ຍ, ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ສົມທົບກັບຄະນະຈັດຕັ້ງສາກົນ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້: “ສັນຕິພາບ ແລະ ປ້ອງກັນຄວາມສະຫງົບຢູ່ ອາຊີ ແລະ ເອີລົບ”. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກຊ່ຽວຊານ ແລະ ບັນດານັກເຄື່ອນໄຫວຂອງຂະບວນການສັນຕິພາບຢູ່ 2 ທະວີບ ປຶກສາຫາລື, ແບ່ງປັນບົດຮຽນ ແລະ ຍົກອອກບັນດາຂໍ້ສະເໜີແນະເຖິງບັນດາການນຳຂັ້ນສູງ ອາຊີ ແລະ ເອີລົບ, ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການປ້ອງກັນຄວາມສະຫງົບໃນພາກພື້ນ.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ເນັ້ນໜັກວ່າ: ສັນຕິພາບ ແລະ ການປ້ອງກັນຄວາມສະຫງົບຍາມໃດກໍ່ແມ່ນຄວາມມຸ້ງຫວັງຂອງປະຊາຊົນທຸກຄົນ. ເຖິງຢ່າງໃດກໍ່ຕາມ, ສົງຄາມ ແລະ ການປະທະກັນຍັງນາບຂູ່ເຖິງຊີວິດຂອງປະຊາຊົນ ແລະ ເຮັດໃຫ້ຄວາມໄຝ່ຝັນສັນຕິພາບບໍ່ທັນປະກົດຜົນເປັນຈິງ.
“ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ ຕາເວັນອອກກາງ, ຢູແກຼນ, ແຫຼມ ເກົາຫຼີ, ບັນດາຄວາມຂັດແຍ້ງກ່ຽວກັບອະທິປະໄຕ ແລະ ອຳນາດສານລະຫວ່າງບັນດາປະເທດ ຢູ່ ອາຊີ - ປາຊີຟິກ, ໄດ້ກໍ່ໃຫ້ເກີດຄວາມວິຕົກວັງວົນຢ່າງເລິກເຊິ່ງໃນປະຊາຊົນທຸກຊັ້ນວັນນະ. ຄຽງຄູ່ກັນນັ້ນ, ບັນດາການຊ່ວງເສັງປະກອບອາວຸດນິວເຄຍ, ຫັນເປັນການທະຫານ, ລັດທິກໍ່ການຮ້າຍ ແລະ ບັນດາການນາບຂູ່ຈາກອາດຊະຍາກຳແບບໃໝ່ ລ້ວນແຕ່ສົ່ງຜົນກະທົບໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ”
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບສັນຕິພາບ ແລະ ການປ້ອງກັນຄວາມສະຫງົບຢູ່ພາກພື້ນ ອາຊີ - ເອີລົບ ໃນປີ 2013 ແລະ ຊຸມເດືອນຕົ້ນປີ 2014, ແບ່ງປັນບົດຮຽນເພື່ອແນໃສ່ເຂົ້າຮ່ວມການແກ້ໄຂບັນດາບັນຫາ, ຊອກຫາບັນດາມາດຕະການໃນການຊຸກຍູ້ສັນຕິພາບ ແລະ ການປ້ອງກັນຄວາມສະຫງົບໃນພາກພື້ນ, ເພີ່ມທະວີການຮ່ວມມື ແລະ ຄວາມສາມັກຕີລະຫວ່າງ ປະຊາຊົນ ອາຊີ ແລະ ເອີລົບ. ກອງປະຊຸມສຳມະນາດຳເນີນໄປຮອດວັນທີ 10/9.