ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ເບລາຣຸດ
ປະທານາທິບໍດີສ.ເບລາຣຸດ Aleksandr Grigorievich Lukashenko
(ພາບປະກອບ: TTXVN)
(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານປະທານາທິບໍດີສ.ເບລາຣຸດ Aleksandr Grigorievich Lukashenko ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 08 – 09/12. ການຢ້ຽມຢາມຂອງທ່ານປະທານາທິບໍດີສ.ເບລາຣຸດ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ເບລາຣຸດ, ຕອບສະໜອງຄວາມຮຽກຮ້ອງພັດທະນາຂອງແຕ່ລະປະເທດ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ປັບປຸງການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳ 2 ປະເທດ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ໃນການຢ້ຽມຢາມຄັ້ງນີ້, ການນຳ 2 ປະເທດກໍປຶກສາຫາລືມາດຕະການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ແລ້ວ; ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ພາຍຫຼັງສັນຍາການຄ້າເສລີຫວຽດນາມ ພັນທະມິດເສດຖະກິດອາຊີ - ເອີລົບ ມີຜົນສັກສິດ…