ຊຸດຍູ້ການສົ່ງອອກຜະລິດຕະພັນກະເສດເຂົ້າສິງກະໂປ

ຊຸດຍູ້ການສົ່ງອອກຜະລິດຕະພັນກະເສດເຂົ້າສິງກະໂປ - ảnh 1
(ພາບປະກອບ)

(vovworld) – ​ ​ ທ່ານ​ນາຍົກລັດຖະມົນຕີ ລັດຖະບານ ຫວຽດນາມ ຫາ​ກໍ​ມີ​ຄວາມ​ເຫັນ​ຊີ້​ນຳ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ແລະ ສະບຽງ​ອາຫານ ຫວຽດນາມ ​ເຂົ້າ​ຕະຫລາດ ສິງກະ​ໂປ. ຕາມ​ນັ້ນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ເປັນ​ເຈົ້າພາບ​ການເຈລະຈາ ກັບ​ຝ່າຍ ສິງກະ​ໂປ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ຕົກລົງ​ຮັບຮອງ​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດຜະລິດ​ຕະພັນ ກະ​ເສດ, ສິນ​ໃນ​ນ້ຳ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ແລະ ສະບຽງ​ອາຫານຂອງ ຫວຽດນາມ ​ເຂົ້າ​ຕະຫລາດ ສິງກະ​ໂປ. ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ເຈົ້າພາບ​ໃນ​ການ​ຈັດ​ຕັ້ງ​ບັນດາ​ໂຄງການ​ສົ່ງ​ເສີມດ້ານ​ການ​ຄ້າ​ກ່ຽວ​ກັບ​ການຊຸກ​ຍູ້​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ແລະ ສະບຽງ​ອາຫານ​ຢູ່​ຕະຫລາດ ສິງກະ​ໂປ; ​ເຊື່ອ​ມຕໍ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ໝວດ​ສິນຄ້າ​ດັ່ງ​ກ່າວກັບບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ​ຝ່າຍ ສິງກະ​ໂປ.

        ​ໃນ 3 ປີຜ່າ​ນມາ, ການ​ພົວພັນ​ດ້ານ​ການຄ​້າລະຫວ່າງ ຫວຽດ​ນາມ ​ແລະ ສິງ​ກະ​ໂປ ​ບັນລຸ​ລະດັບສະ​ເລ່ຍ​ແມ່ນກ່ວາ 12% ຕໍ່​ປີ. ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ ສິງກະ​ໂປ ​ໃນ​ປີ 2014 ບັນລຸ​ເກືອບ 3 ຕື້ USD, ວົງ​ເງິນ​ນຳ​ເຂົ້າ​ບັນລຸ​ກ່ວາ 6,8 ຕື້ USD.


ຂ່າວ/ບົດ​ອື່ນ