ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25

(VOVWORLD) -ຫວຽດນາມ ໄດ້ວາງສະແດງສື່ສິ່ງພິມວັດທະນະທຳ, ຜະລິດຕະພັນການຄ້າ, ເຄື່ອງທີ່ລະນຶກ, ຂໍ້ມູນການທ່ອງທ່ຽວ ກໍ່ຄືການເຜີຍແຜ່ໂຄສະນາໃຫ້ແກ່ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ
ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25 - ảnh 1ການສະແດງຊຸດເສື້ອຍາວ ຫວຽດນາມ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

        ວັນທີ 18 ກຸມພາ, ສະຖານທູດ ຫວຽດນາມ ຢູ່ ອົດສະຕາລີ ພ້ອມດ້ວຍ ສະຖານທູດປະເທດຕ່າງໆທີ່ຂຶ້ນກັບ ອາຊຽນ ຢູ່ນະຄອນຫຼວງ Canberra ຈັດກິດຈະກຳທີ່ມີຊື່ວ່າ “ໝູ່ບ້ານ ອາຊຽນ” ໃນຂອບເຂດງານບຸນວັດທະນະທຳ Canberra ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງນີ້. ນີ້ແມ່ນຄັ້ງທີ 5 ທີ່ທັງ 10 ປະເທດ ອາຊຽນ ພ້ອມກັນສົມທົບໂຄສະນາເຜີຍແຜ່ເຖິງໝູ່ປະຊາຊົນ ອົດສະຕາລີ ກ່ຽວກັບປະເທດຊາດ, ຜູ້ຄົນ, ວັດທະນະທຳ ແລະ ອາຫານປະຈໍາຊາດຂອງແຕ່ລະປະເທດ.

        ຢູ່ກິດຈະກຳນີ້, ຫວຽດນາມ ໄດ້ວາງສະແດງສື່ສິ່ງພິມວັດທະນະທຳ, ຜະລິດຕະພັນການຄ້າ, ເຄື່ອງທີ່ລະນຶກ, ຂໍ້ມູນການທ່ອງທ່ຽວ ກໍ່ຄືການເຜີຍແຜ່ໂຄສະນາໃຫ້ແກ່ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ (1973-2023). ແວ່ຢ້ຽມຊົມຮ້ານຂາຍເຄື່ອງຂອງ ຫວຽດນາມ, ມີແຂກທ່ອງທ່ຽວຫຼາຍໆຄົນໃຫ້ຄວາມສົນໃຈຊອກຮູ້ຂໍ້ມູນກ່ຽວກັບທັດສະນີຍະພາບທີ່ມີຊື່ສຽງ ເພື່ອກະກຽມໃຫ້ແກ່ການທ່ອງທ່ຽວຢູ່ “ປະເທດຫວຽດນາມ”. ແຂກທ່ອງທ່ຽວຫຼາຍຄົນພໍອົກພໍໃຈເມື່ອໄດ້ຮ່ວມສຳຫຼວດ ແບ່ງປັນຄວາມເຂົ້າໃຈ ກ່ຽວກັບ ຫວຽດນາມ ແລະ ໄດ້ຮັບຂອງຂວັນທີ່ລະນຶກຕ່າງໆຈາກ ຫວຽດນາມ. ພິເສດ, ຫວຽດນາມ ໄດ້ວາງສະແດງຊຸດເສື້ອຍາວທີ່ປະທັບໃຈ ປະກອບສ່ວນເຊີດຊູຊຸດເສື້ອຍາວ ຫວຽດນາມ ເວົ້າສະເພາະ ແລະ ວັດຖະນະທຳ ຫວຽດນາມ ເວົ້າລວມ, ໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ