ຊຸມວັນວັດທະນະທຳ ອູເບກິດສະຖານ ຢູ່ ຫວຽດນາມ

(VOVWORLD) - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງທີ່ມອບໝາຍໃຫ້ສູນຈັດຕັ້ງສາຍການສະແດງສິລະປະ - ກົມສິລະປະການສະແດງຕ້ອນຮັບກອງສິລະປະກອນ ອູເບກິດສະຖານ (ລວມມີ 33 ຄົນ)

ມາເຄື່ອນໄຫວຢູ່ ຫວຽດນາມ ແລະ ຈັດຕັ້ງບັນດາລາຍການສະແດງສິລະປະໃນຂອບເຂດ “ຊຸມວັນວັດທະນະທຳ ອູເບກິດສະຖານ ຢູ່ ຫວຽດນາມ 2018”, ໃນລະຫວ່າງວັນທີ 17 – 22 ເມສາ 2018.

        ທີ່ນະຄອນຫລວງ ຮ່າໂນ້ຍ, ກອງສິລະປະກອນ ອູເບກິດສະຖານ  ຈະສະແດງໃນເວລາ 20 ໂມງ 00 ຂອງວັນທີ 19 ເມສາ 2018 ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ສ່ວນຢູ່ນະຄອນ ແທງຮ໋ວາ, ກອງສິລະປະກອນ ອູຢາເບກິດສະຖານ ຈະສະແດງໃນເວລາ 20 ໂມງ 00 ຂອງວັນທີ 20 ເມສາ 2018 ຢູ່ໂຮງລະຄອນ ລາມເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ