(vovworld) - ວັນທີ 02/02, ອົງການຕິດຕາມສິດທິມະນຸດຊີຣີ (SOHR) ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 85 ຄົນເສຍຊີວິດໃນບັນດາການບຸກໂຈມຕີທາງອາກາດຂອງກອງທັບລັດຖະບານຊີຣີ ທີ່ແນໃສ່ບັນດາສະຖານທີ່ຂອງຝ່າຍຄ້ານຢູ່ນະຄອນ Aleppo ທາງພາກເໜືອຂອງປະເທດນີ້.
ຕາມ SOHR ແລ້ວ, ເຮືອບິນເອລີກອບເຕີ ຂອງກອງທັບລັດຖະບານໄດ້ຖິ້ມວັດຖຸລະເບີດລົງໃສ່ບັນດາເຂດຂອງພວກລູກຮື້ຂຶ້ນຢູ່ Aleppo, ເຮັດໃຫ້ຢ່ອງໜ້ອຍສຸດ 85 ຄົນເສຍຊີວິດ, ໃນນັ້ນມີສາມັນຊົນ 65 ຄົນ. ນີ້ແມ່ນການບຸກໂຈມຕີທາງອາກາດເຮັດໃຫ້ຫຼາຍຄົນເສຍຊີວິດຢູ່ Aleppo ພາຍຫຼັງການບຸກໂຈມຕີຂອງກອງທັບລັດຖະບານເມື່ອເດືອນ 12/2013. ເຫດບຸກໂຈມຕີເມື່ອວັນທີ 02/02, ຖືກດຳເນີນໄປພຽງເວລາມື້ໜຶ່ງ ພາຍຫຼັງທີ່ກອງປະຊຸມສັນຕິພາບ ເຊີແນວ (ຢູ່ປະເທດສະວິດ) ລະຫວ່າງກຳລັງລັດຖະບານ ແລະ ຝ່າຍລູກຮື້ຂຶ້ນຊີຣີ ສິ້ນສຸດລົງ ແຕ່ບໍ່ບັນລຸໝາກຜົນລະອຽດໃດໆ.