ຊີຣີ ຄັດຄ້ານຂໍ້ສະເໜີ ເຂດຫ້າມບິນ

ຊີຣີ ຄັດຄ້ານຂໍ້ສະເໜີ ເຂດຫ້າມບິນ - ảnh 1

(ພາບ:.phapluattp.vn)​

( vovworld ) – ຂໍ້​ສະ​ເໜີ​ກ່ຽວ​ກັບ​ເຂດ​ຫ້າມ​ບິນ​ຢູ່​ຊີຣີ ຖືກ​ຖື​ວ່າ​ແມ່ນການ “​ເກາະ​ພິດ“ ​ແນ່​ໃສ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ເມື່ອ​ວັນ​ທີ 20/8, ທ່ານ​ນາງ Bouthaina Shaaban ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ຊີຣີ Bashar al Assad ຢືນຢັນ​ວ່າ, ຊີຣີ ຈະ​ບໍ່​ຮັບ​ຮູ້​ບໍ່​ວ່າການ​ເກາະ​ພິດ​ໃດໆ ​ແລະ ຈະ​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຕົນ.

   ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຄົນ​ໃໝ່​ຂອງ ສປຊ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ, ທ່ານ Lakhdar Brahimi, ທ່ານ​ປະທານາທິບໍດີ​ຝະລັ່ງ Francois Holland ​ເນັ້ນໜັກ​ວ່າ ຈະ​ບໍ່​ອາດ​ມີ​ມາດ​ຕະການ​ການ​ເມືອງ​ໃຫ້​ແກ່​ສະພາບ​ການ​ຢູ່​ຊີຣີ ​ໄດ້, ​ເວັ້ນ​ເສຍ​ແຕ່ປະທານາທິບໍດີ​ຊີຣີ Bashar al Assad  ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ໃນ​ຂະນະ​ນັ້ນ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ເວົ້າວ່າ, ມີ​ແຕ່​ສະພາ​ຄວາມໝັ້ນຄົງ ສປຊ ຈຶ່ງ​ຈະມີ​ສິດ​ນຳ​ໃຊ້​ກຳລັງ​ຕ້ານ​ຊີຣີ ​ເທົ່າ​ນັ້ນ. ທ່ານ​ເນັ້ນໜັກ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ເຄົາລົບ​ບັນດາ​ຂໍ້ຕົກລົງ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຈັດ​ຂຶ້ນ​ໃນ​ເດືອນ 6 ທີ່​ຜ່ານ​ມາ​ຢູ່​ເຊີ​ແນວ. ​ເມື່ອ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຖືກ​ຢຸດຕິ​ລົງ​ຢູ່​ປະ​ເທດ​ຊີຣີ, ປະ​ເທດ​ອື່ນ​ຈຶ່ງ​ຈະ​ສາມາດ​ຄິດ​ໄລ່​ເຖິງ​ການ​ເຈລະຈາ​ກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ຊົ່ວຄາວ​ຢູ່​ປະ​ເທດ​ນີ້​​ໄດ້.

 

 

 

ຂ່າວ/ບົດ​ອື່ນ