(vovworld) - ວັນທີ 1/1, ສາໜາມບິນສາກົນ ຢູ່ Aleppo, ເຊິ່ງແມ່ນນະຄອນໃຫຍ່ທີ່ 2 ຂອງ ຊີຣີ, ຖືກປິດປະຕູຊົ່ວຄາວ ໂດຍບັນດາການບຸກໂຈມຕີຢ່າງລຽນຕິດຂອງບັນດາມືປືນຝ່າຍຄ້ານ ເພື່ອແນໃສ່ບັນດາຖ້ຽວບິນ ການຄ້າ. ອົງການຕິດຕາມສິດທິມະນູດ ຊີຣີ (ຫຼື SOHR, ສຳນັກງານຕັ້ງຢູ່ ອັງກິດ) ໃຫ້ຮູ້ວ່າ: ສາໜາມບິນສາກົນ ຢູ່ Aleppo ຖືກປິດປະຕູພາຍຫຼັງເກີດເຫດລະເບີດແຕກ ທີ່ເລັ່ງໃສ່ເຮືອບິນພົນລະເຮືອນພວມບິນ ເມື່ອວັນທີ 30/12. ມີເຈົ້າໜ້າທີ່ຜູ້ໜຶ່ງບໍ່ເຜີຍນາມຢູ່ສະໜາມບິນດັ່ງກ່າວໃຫ້ຮູ້ວ່າ: ໃນຊຸມວັນຜ່ານມາ, ບັນດາມືປືນຝ່າຍຄ້ານໄດ້ບຸກໂຈມຕີຢ່າງລຽນຕິດໂດຍເລັ່ງໃສ່ບັນດາເຮືອບິນພົນລະເຮືອນ ແລະ ສິ່ງດັ່ງກ່າວອາດຈະເກີດໄພພິບັດມະນູດສະທຳ. ເຖິງຢ່າງໃດກໍຕາມ, ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, ສະໜາມບິນພຽງແຕ່ຖືກປິດປະຕູໃນເວລາສັ້ນໆເທົ່ານັ້ນ ແລະ ຄາດວ່າຈະເລີ່ມເຄື່ອນໄຫວໃນຮອບ 48 ຊົ່ວໂມງ ພາຍຫຼັງທີ່ ທະຫານຮັບປະກັນຍາດໄດ້ສິດຄວບຄຸມຢູ່ບັນດາເຂດອ້ອມຂ້າງ, ບ່ອນທີ່ກຳລັງຝ່າຍຄ້ານກໍ່ສ້າງຖານທີ່ໝັ້ນຫຼາຍແຫ່ງ. ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ຂອງສະໜາມບິນໃຫ້ຮູ້ວ່າ: ເລື່ອງປິດສະໜາມບິນ ແມ່ນເພື່ອຮັບໃຊ້ໃຫ້ວຽກງານ ບູລະນະສ້ອມແປງລານບິນ ແລະ ບັນດາຮາກຖານອື່ນໆ.