ຊີຣີຖະແຫຼງບໍ່ນຳໃຊ້ອາວຸດເຄມີ

ຊີຣີຖະແຫຼງບໍ່ນຳໃຊ້ອາວຸດເຄມີ - ảnh 1
​ທ່​ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຊີ​ຣີ Walid Muallem
(ພາບ: AFP/TTXVN)

(vovworld) - ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊີ​ຣີ ບໍ່​ທັນນຳ​ໃຊ້ ແລະ ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ເຄ​ມີໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່​ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຊີ​ຣີ Walid Muallem ຕໍ່​ໜ້າ​ບັນ​ດາ​ຂໍ້​ມູນ​ຂ່າວ​ທີ່​ກ່າວ​ຫາ​ລັດ​ຖະ​ບານ​ຊີ​ຣີ ຢືນ​ຢູ່​ເບື້ອງ​ຫຼັງ​ເຫດ​ບຸກ​ໂຈ​ມ​ຕີ ​ທີ່ສົງ​ໄສ​​ວ່າ ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ ໃນ​ວັນ​ທີ 04/04 ຢູ່ທິດ​ຕາ​ເວັນ​ຕົກ​ສ່ຽງເໜືອ ຂອງ​ປະ​ເທດນີ້, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດມີ 86 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ​ມີ​ເດ​ັກ​ນ້ອຍ​ຫຼາຍ​ຄົນ. ກ່າວ​ຄຳ​ເຫັນທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນ​ຫຼວງ Damascus ຂອງ​ຊີ​ຣີ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Walid Muallem ຢືນ​ຢັນ​ວ່າ, ກອງ​ທັບ​ຊີ​ຣີ ບໍ່​ທັນ​ນຳ​ໃຊ້ ແລະ ​ກໍ່ຈະ​ບໍ່​ນຳ​​ໃຊ້​ປະ​ເພດນ​ີ້ໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຢ່າງ​ແນ່ນອນ, ​ຊ້ຳ​ບໍ່​ໜຳ​ແມ່ນ​ບຸກ​ໂຈມ​ຕີ​​ໃສ່​ບັນ​ດາ​ເປົ້າ​ໝາຍກໍ່​ການ​ຮ້າຍ, ຫ​າກ​ຢ່າເວົ້າ​ວ່າ​ບຸກ​ໂຈມ​ຕີ​ໃສ່ສາ​ມັນ​ຊົນ​. ທ່ານກໍ່​ໃຫ້​ຮູ້​ວ່າ, ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ທຳ​ອິດ​ຂອງກອງ​ທັບ​ຊີ​ຣີ ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ວັນ​ທີ 04/04 ດ້ວຍ​​ຈຸດ​ໝາຍ​ແມ່ນ​ສາງ​ອາວຸດ​ທີ່​​ບັນ​ລຸ​ອາ​ວຸດ​ເຄ​ມີ​ຂອງ​ອົງ​ການ Al Nusra Front. ແລະກໍ່​ຕາມ​ທ່ານ​ແລ້ວ, ບັນ​ດາ​ອົງ​ການ Al Nusra Front, ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ພ້ອມ​ກັບ​ບາງ​ອົງ​ການ​ຈັດ​ຕັ້ງ​ອື່ນຈະ​ສືບ​​ຕໍ່​ເກັບ​ຮັກ​ສາ​ອາ​ວຸດ​ເຄ​ມີ​ຢູ່​ບັນ​ດາ​ເຂດ​ຕົວ​ເມືອງ ແລະ ເຂດ​​ຊຸມ​ຊົນ​ຢູ່​ປະ​ເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ