ຊີຣີເຫັນດີກັບຂໍ້ສະເຫນີຂອງລັດເຊຍກ່ຽວກັບບັນຫາອາວຸດເຄມີ

ຊີຣີເຫັນດີກັບຂໍ້ສະເຫນີຂອງລັດເຊຍກ່ຽວກັບບັນຫາອາວຸດເຄມີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid al Muallem ແລະ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov.
ພາບ:baotintuc.vn


(vovworld)- ວັນ​ທີ 10/9 ສຳນັກ​ຂ່າວສານ ITAR-TASS ​ແລະ ສຳນັກ​ຂ່າວສານ Interfax ຂອງ​ລັດ​ເຊຍ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid al Muallem ພວມ​ຢູ່​ຢ້ຽມຢາມ​ລັດ​ເຊຍ ​ທີ່​ວ່າ: Damascus ​ໄດ້​ເຫັນ​ດີ​ກັບ​ຂໍ້ສະ​ເຫ​ນີຂອງ​ລັດ​ເຊຍ​ ກ່ຽວ​ກັ​ບ​ເລື່ອງ​ມອບສິດຄວບ​ຄຸມ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້ໃຫ້​ສາກົນ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ພົບ​ປະ​ປະທານ​ສະພາ​ຕຳ່ ອາ​ເມ​ລິ​ກາ, ທ່ານ Mulallem ​ໃຫ້​ຮູ້​ວ່າ: ວັນ​ທີ 9/9 ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ການ​ເຈລະຈາ​ສຳ​ເລັດ​ຜົນ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov. ​ໃນ​ຂະນະ​ນັ້ນ ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທ​ດລັດ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ສະມາຊິກ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 10/9 ​ໄດ້​ຢືນຢັນວ່າ ພະຍານ​ຫລັກ​ຖານ​ເພື່ອຢັ້ງຢືນ​ອາວຸດ​ເຄມີ​ໄດ້​ນຳ​ໃຊ້​ຢູ່ ຊີຣີ ​ແມ່ນ​ປອມ​ແປງ. ຜູ້​ແທນ​ຫລາຍທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເນັ້ນ​ຫນັກ​ເຖິງ“​ແຜນການ”ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ​ຄືນ ຊີຣີ ຫາກ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ ຈາກ ສະພາ​ຄວາມ​ໝັ້ນຄົງ ສປຊ ​ແມ່ນ​ການ​ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ ພ້ອມ​ທັງ​ຖະ​ແຫລ​ງວ່າ: ຄະນະ​ການ​ນຳ ລັດຖະບານ ອາ​ເມ​ລິ​ກາ ຕ້ອງ​ຮັບຜິດຊອບກ່ຽວ​ກັບ​ບັນດາ​ການ​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ ຊີ​ຣີ ​ແລະ ຮຽກ​ຮ້ອງ ສປຊ ສະກັດ​ກັ້ນ​ການ​ກະທຳ​ບໍ່​ຖື​ກກັບ​ກົດໝາຍ​ດັ່ງກ່າວ​ຂອງ ວໍ​ຊິງ​ຕັນ.

ຂ່າວ/ບົດ​ອື່ນ