(VOVWORLD) -ປີ 2023, ເຫດການມອດໄຟຕອບສະໜອງບັ້ນຍຸດທະສາດຊົ່ວໂມງໜ່ວຍໂລກຈະເລີ່ມແຕ່ 20 ໂມງ 30 ນາທີ ຫາເວລາ 21 ໂມງ 30 ນາທີຂອງວັນເສົາວັນທີ 25 ມີນາ.
(ພາບປະກອບ) |
ເດືອນ ມີນາ ຂອງແຕ່ລະປີ ແມ່ນເດືອນຈຸດສຸມຕອບສະໜອງບັ້ນຍຸດທະສາດຊົ່ວໂມງໜ່ວຍໂລກ. ໃນຫຼາຍປີຜ່ານມາ, ບັ້ນຍຸດທະສາດຊົ່ວໂມງໜ່ວຍໂລກ ຢູ່ ຫວຽດນາມ ໄດ້ດຶງດູດການເຂົ້າຮ່ວມຂອງລຸ້ນໜຸ່ມເປັນຈຳນວນຫຼວງຫຼາຍ, ພິເສດແມ່ນຖັນແຖວຊາວໜຸ່ມ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ດັ້ງຮ່ວາງອານ, ເນັ້ນໜັກວ່າ:
“ສິ່ງປິຕິຊົມຊື່ນແມ່ນ ຜ່ານບັນດາຊຸມປີໄດ້ປະຕິບັດ, ລາຍການນີ້ນັບມື້ນັບດຶງດູດປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມ, ພິເສດແມ່ນລຸ້ນໜຸ່ມ, ຊາວໜຸ່ມໃນສັງຄົມ. ນີ້ແມ່ນສັນຍານທີ່ດີເພື່ອໃຫ້ພວກເຮົາສືບຕໍ່ຍົກສູງຄວາມຮັບຮູ້ຂອງປະຊາຄົມ ມີສະຕິປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ”.
ປີ 2023 ແມ່ນປີທີ 15 ທີ່ ຫວຽດນາມ ຕອບສະໜອງບັ້ນຍຸດທະສາດຊົ່ວໂມງໜ່ວຍໂລກ. ປີ 2023, ເຫດການມອດໄຟຕອບສະໜອງບັ້ນຍຸດທະສາດຊົ່ວໂມງໜ່ວຍໂລກຈະເລີ່ມແຕ່ 20 ໂມງ 30 ນາທີ ຫາເວລາ 21 ໂມງ 30 ນາທີຂອງວັນເສົາວັນທີ 25 ມີນາ.