ຊອກໄດ້ 1 ໃນຈຳນວນ 2 ກັບດຳຂອງເຮືອບິນ AirAsia
(ພາບປະກອບ: vietnamnet.vn)
(vovworld) – ວັນທີ 12/01, ຜູ້ອຳນວຍການອົງການຊອກຫາ ແລະ ກູ້ໄພກູ້ຊີບແຫ່ງຊາດອິນໂດເນເຊຍ Bambang Soelistyo ໃຫ້ຮູ້ວ່າ, ນັກດຳນ້ຳຊອກໄດ້ 1 ໃນຈຳນວນ 2 ກັບດຳຂອງເຮືອບິນໝາຍເລກ QZ 8501 ຂອງບໍລິສັດການບິນ AirAsia ທີ່ຕົກຢູ່ເຂດທະເລ Java ເມື່ອວັນທີ 28/12. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Bambang Soelistyo ໄດ້ຄັດແຈ້ງຂ່າວທາງການຈາກຄະນະກຳມະການປອດໄພທາງຄົມມະນາຄົມແຫ່ງຊາດ ກ່ຽວກັບສິ່ງດັ່ງກ່າວ ແລະ ໃຫ້ຮູ້ວ່າ, ໜ່ວຍກູ້ໄພກູ້ຊີບພວມມານະພະຍາຍາມຊອກຫາກັບດຳທີ່ຍັງເຫຼືອຂອງເຮືອບິນດັ່ງກ່າວ. ມາຮອດປະຈຸບັນ, ຊາກສົບ 48 ຄົນໃນຈຳນວນ 162 ຄົນໄດ້ນຳເຂົ້າຝັ່ງແລ້ວ.